ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມທາງລັດຖະກິດ ສ.ກູບາ

(VOVWORLD) -ຕອນເຊົ້າວັນທີ 28 ມີນາ (ຕາມເວລາທ້ອງຖິ່ນ), ພາຍຫຼັງສິ້ນສຸດການຢ້ຽມຢາມທາງການສ.ຝລັ່ງ ຢ່າງຈົບງາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງປາຣີ ໄປຢ້ຽມຢາມທາງລັດຖະກິດຢູ່ສ.ກູບາ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມທາງລັດຖະກິດ ສ.ກູບາ - ảnh 1

 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ

(ພາບປະກອບ: TTXVN)

ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Raul Castro Ruz.

         ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ກູບາ ເປັນຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ເປັນຄັ້ງທີ 5 ຂອງທ່ານເລຂາທິການໃຫຍ່ເອງ ນັບແຕ່ກ່ອນມາຮອດປະຈຸບັນ. ການຢ້ຽມຢາມກູບາ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຍັງແມ່ນການສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສຳລັບພັກ, ລັດ ແລະ ປະຊາຊົນກູບາ, ໃນສະພາບທີ່ ກູບາ ເລືອກຕັ້ງການນຳລຸ້ນໃໝ່ ແລະ ສືບຕໍ່ຜັນຂະຫຍາຍວິວັດການອັບເດດຮູບແບບເສດຖະກິດ, ສັງຄົມຢ່າງເລິກເຊິ່ງ, ກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ