ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມ ຄັ້ງທີ4 ສະພາທິດສະດີສູນກາງ

(VOVWORLD) -ຕອນເຊົ້າວັນທີ 23 ທັນວາ ຢູ່ຮ່າໂນ້ຍ, ສະພາທິດສະດີສູນກາງ ໄດ້ຈັດກອງປະຊຸມຄັ້ງທີ 4 ດ້ວຍຫົວຂໍ້: “ວຽກງານທິດສະດີ: ສະພາບຕົວຈິງ, ບັນຫາ ແລະ ມາດຕະການແກ້ໄຂ”. 

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມ ຄັ້ງທີ4 ສະພາທິດສະດີສູນກາງ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມ ຄັ້ງທີ4 ສະພາທິດສະດີສູນກາງ

ພາບ:vietnam+

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ສະພາບຕົວຈິງຂອງພາລະກິດແຫ່ງການປ່ຽນແປງໃຫມ່ຮຽກຮ້ອງຕ້ອງສືບຕໍ່ມີການປ່ຽນໃຫມ່ຢ່າງແຮງກວ່າກ່ຽວກັບຈີນຕະນາການທິດສະດີ, ວຽກງານທິດສະດີ. ສະພາທິດສະດີສູນກາງຄວນສືບຕໍ່ເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືດ້ານທິດສະດີກັບບັນດາພັກກອມມູນິດກຳອຳນາດ ແລະ ພັກອື່ນຈຳນວນຫນຶ່ງໃນໂລກ, ຜ່ານນັ້ນຮັບເອົາສິ່ງທີ່ຍອດຢ້ຽມດ້ານທິດສະດີໂລກມີຄຸນຄ່າທາບທາມໃຫ້ຫວຽດນາມ.

ບັນດາຜູ້ແທນໄດ້ຕີລາຄາວ່າ: ໃນ 30 ປີແຫ່ງການປ່ຽນແປງໃຫມ່, ວຽກງານທິດສະດີຂອງພັກ ບັນລຸໄດ້ຫລາຍຜົນງານຍິ່ງໃຫຍ່ ແລະ ຮອບດ້ານ. ເປັນຫນ້າສົນໃຈແມ່ນ ທິດສະດີກ່ຽວກັບພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ໄດ້ສ້າງສຳເລັດ ພ້ອມກັນນັ້ນ ແມ່ນການພັດທະນາທິດສະດີກ່ຽວກັບການສ້າງພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.

ບັນດາສະມາຊິກສະພາທິດສະດີກໍ່ສະເຫນີບັນດາມາດຕະການເພື່ອປະກອບສ່ວນຊຸກຍູ້, ຍົກສູງປະສິດທິຜົນວຽກງານທິດສະດີຢູ່ຫວຽດນາມ ໃນເງື່ອນໄຂເສດຖະກິດການຕະຫລາດ, ການກຳນົດທິດສັງຄົມນິຍົມ, ເຊື່ອມໂຍງເຂົ້າກັບສາກົນ ແລະ ການປະຕິວັດອຸດສາຫະກຳ 4.0 ເພື່ອສືບຕໍ່ນຳປະເທດຊາດພັດທະນາຢ່າງໄວ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ