ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມຄະນະພັກການທະຫານສູນກາງ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມຄະນະພັກການທະຫານສູນກາງ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມແລະກ່າວ
ຄຳເຫັນທີ່ກອງປະຊຸມຄະນະພັກການທະຫານສູນກາງ
(ພາບ: TTXVN)

(vovworld) - ​ ​ ວັນ​ທີ 30/11 ທີ່​ຮ່າ​ໂນ້ຍ ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ວາລະ​ສຸດ​ທ້າຍ​ປີ 2016. ກ່າວຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ເລຂາຄະ​ນະ​ພັກ​ການ​ທະຫານ​ສູນ​ກາງ​ຢັ້ງຢືນວ່າ ​ປີ 2016 ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ໄດ້​ສຸ​ມ​ໃສ່​ຊີ້​ນຳ, ນຳພາ​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ມອບ​ໝາຍ​ສຳ​ເລັດ​ເປັນ​ຢ່າງ​ດີ ​ແລະ ຮອບດ້ານ. ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ໄດ້​ຊີ້​ນຳ​ນຳພາ​ກອງທັບ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແກ່ນສານ​ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ທ້ອນ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງປະ​ເທດ​ເປັນ​ຢ່າງ​ດີ; ກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ. ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ປີ 2017, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ເສີມ​ຂະຫຍາຍ​ບົດບາດ​ແກ່ນສານ​ໃນ​ການ​ສ້າງ​ພື້ນຖານ​ປ້ອງກັນຊາ​ດທົ່ວ​ປວງ​ຊົນ​ເປັນ​ຢ່າງ​ດີ; ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດປ້ອງ​ກັນຊາ​ດ, ສ້າ​ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ກອງທັບ ​ແລະ ປະຕິບັດ​ແນວທາງການ​ຕ່າງປະ​ເທດ​ຂອງພັກ, ລັດ​ເປັນ​ຢ່າ​ງດີ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ຊີ້​ນຳ, ກຳລັງ​ການ​ຕໍ່ສູ້​ຂອງອົງ​ຄະນະ​ພັກກອງທັບ, ຊີ້​ນຳ​ນຳພາ​ທົ່ວ​ກອງທັບ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ມີ​ໄຊ.

 

 

 

 

ຂ່າວ/ບົດ​ອື່ນ