ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກກັບການນຳກະຊວງວັດທະນະທຳ,ກິລາແລະທ່ອງທ່ຽວ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກກັບການນຳກະຊວງວັດທະນະທຳ,ກິລາແລະທ່ອງທ່ຽວ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ການ​​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ວັດທະນະທຳ,ກິລາແລະທ່ອງທ່ຽວ ໃນ​ຕອນ​ເຊົ້າ​ວັນ​ທີ 18/10, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຮຽກຮ້ອງ​ການ​ນຳ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສືບ​ຕໍ່​ຄົ້ນ​ຄ້ວາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນຫາ​ວັດທະນະທຳ​ກວ່າ​ອີກ; ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງມະຕິ 33 ຂອງ​ສູນ​ກາງ​ ດ້ວຍ​ຫຼາຍ​ຈຸດ​ໃໝ່​ໃນ​ການ​ກໍ່ສ້າງ​ພື້ນຖານ​ວັດທະນະທຳ, ຊາວ​ຫວຽດນາມຢ່າງຮອບດ້ານ, ຖື​ເປັນ​ສຳຄັນ​ການ​ຫັນ​ບັນດາ​ເນື້ອ​ໃນ​ຂອງ​ມະຕິ​ເປັນ​ກົດໝາຍ ກໍ່​ຄື​ເປັນ​ລາຍການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຮຽກຮ້ອງກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ​ເອົາ​ໃຈ​ໃສ່​ເຖິງ​ການ​ບຳລຸງ​ສ້າງ, ການ​ຊັບຊ້ອນ, ນຳ​ໃຊ້​ພະນັກງານ, ​ກໍ່​ຄື​ການ​ເຄື່ອນ​ໄຫວ​ວັດທະນະທຳ​ກັບ​ຕ່າງປະ​ເທດ, ​ໂຄ​ສະ​ນາ​ຮູບ​ພາບ​ຫວຽດນາມ​ອອກ​ສູ່​ໂລກ ​ໂດຍ​ຜ່ານ​ວັດທະນະທຳ, ການທ່ອງທ່ຽວ ​ແລະ ກິລາ.

 

 

ຂ່າວ/ບົດ​ອື່ນ