ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຮັດວຽກກັບຄະນະປະຈຳຄະນະພັກນະຄອນເກີນເທີ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
(vovworld) – ຕອນບ່າຍວັນທີ 15/09, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ເກີນເທີ ກ່ຽວກັບເລື່ອງສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 45-ມຕ/ສກ, ອອກວັນທີ 17/02/2005 ຂອງກົມການເມືອງຊຸດທີ 9 ກ່ຽວກັບການສ້າງ ແລະ ພັດທະນານະຄອນ ເກີນເທີ ໃນໄລຍະຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ເມື່ອສະຫລຸບການເຮັດວຽກ ທ່ານເລຂາທິການໃຫຍ່ ສະເໜີ ເກີນເທີ ເສີມຂະຫຍາຍບັນດາແຫຼ່ງກຳລັງ, ທ່າແຮງຢ່າງສຸດຈິດສຸດໃຈ, ຊອກຫາກຳລັງໜູນໃໝ່ ເພື່ອກໍ່ສ້າງ ແລະ ພັດທະນານະຄອນ ໃຫ້ກາຍເປັນໃຈກາງເສດຖະກິດ - ສັງຄົມໃຫຍ່ຂອງເຂດທົ່ງພຽງແມ່ນ້ຳຂອງ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກວ່າ: ເກີນເທີ ມີມູນເຊື້ອປະຫວັດສາດ, ປະຕິວັດ; ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ມີທ່າແຮງ ເພື່ອກາຍເປັນກຳລັງໜູນຂອງເຂດທົ່ງພຽງແມ່ນ້ຳຂອງ. ກົມການເມືອງຈະມີຄຳສະຫລຸບການເຮັດວຽກ ເພື່ອເປັນພື້ນຖານໃຫ້ບັນດາອົງການມີສິດອຳນາດ ສືບຕໍ່ພິຈາລະນາ, ແກ້ໄຂດ້ວຍຈຸດໝາຍສູງສຸດ ເພື່ອໃຫ້ ເກີນເທີ ມີແຫຼ່ງກຳລັງ, ກຳລັງໜູນໃໝ່ໃຫ້ແກ່ການພັດທະນາ.