(ພາບ:vtvcantho.vn)
(VOV)- ໃນວັນທີ 7-8/12, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດັກນົງ ເພື່ອກວດກາການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 11 ພັກກອມມູນິດຫວຽດນາມ ແລະ ການພັດທະນາເສດຖະກິດສັງຄົມ , ວຽກງານຄຸ້ມຄອງ, ຮັກສາປ່າ ແລະ ວຽກງານກໍ່ສ້າງພັກ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ສະເໜີໃຫ້ແຂວງດັກນົງ ຈົ່ງສຸມໃສ່ແກ້ໄຂບັນດາບັນຫາພວມວາງອອກໃນວຽກງານຄຸ້ມຄອງ, ຮັກສາ ແລະ ພັດທະນາປ່າ, ທີ່ດິນປ່າ. ທີ່ການເຮັດວຽກຢູ່ຕາແສງກວາງເຕີມ, ເມືອງຕູຍດຶກ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຮັບຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າຍທາຍຊື່ງທ້ອງຖິ່ນພວມຕ້ອງປະເຊີນໜ້າ ແລະ ຊົມເຊີຍການຫັນປ່ຽນຮູບແບບເສດຖະກິດ, ການທົດລອງບາງຮູບແບບຜົນລະປູກ, ສັດລ້ຽງ ຊື່ງພວມໄດ້ຮັບການຜັນຂະຫຍາຍຈະເປີດບັນດາບາດກ້າວພັດທະນາອັນດີງາມໃນໄລຍະຈະມາເຖິງໃຫ້ແກ່ປະຊາຊົນຕາແສງກວາງເຕີມ ເວົ້າສະເພາະ ແລະ ເມືອງຕູຍດຶກ ເວົ້າລວມ:
“ນີ້ແມ່ນຄວາມຫຍຸ້ງຍາກຊົ່ວຄາວໃນວິວັດການພັດທະນາ, ພວກຂ້າພະເຈົ້າເຫັນອົກເຫັນໃຈ ແລະ ແບ່ງປັນກັບບັນດາສະຫາຍ ແຕ່ແງ່ຫວັງການພັດທະນາແມ່ນດີທີ່ສຸດ. ແຫຼ່ງກຳລັງທີ່ດິນ, ແຮງງານ, ກົນໄກ, ນະໂຍບາຍ, ຄວາມເອົາໃຈໃສ່ຈາກການນຳແຂວງນັບມື້ນັບກໍ່ມີຄວາມສະໜິດຕິດພັນ. ຂ້າພະເຈົ້າເຊື່ອມໝັ້ນວ່າແຂວງດັກນົງ ຈະມີການພັດທະນາດີກ່ວາອີກ“