ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງຕຽນຢາງ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຮັດວຽກຢູ່ແຂວງຕຽນຢາງ - ảnh 1
(ທ່ານ​ ຫງວຽນ​ຟູ໋ຈ້ອງ ​ເລຂາທິການ​ໃຫຍ່​ ລົງ​ຢ້ຽມຢາມ​ຕາ​ແສງ
ຢາ​ທ້ວນ, ​ເມືອງ ກໍ​ກົງ​ດົງ ​ແຂວງ ຕຽນ​ຢາງ)

(vovworld) – ​ໂດຍ​ສືບ​ຕໍ່​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຕອນ​ເຊົ້າ​ວັນ​ທີ 16/03, ທ່ານ​ ຫງວຽນ​ຟູ໋ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ລົງ​ຢ້ຽມຢາມ​ຕາ​ແສງ ຢາ​ທ້ວນ, ​ເມືອງ ກໍ​ກົງ​ດົງ ​ແຂວງ ຕຽນ​ຢາງ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ຈິດ​ໃຈ​ເປັນ​ເຈົ້າ​ການ​ຕັ້ງໜ້າ​ຂອງ ​ເມືອງ ​ແລະ ຕາ​ແສງ​ທີ່​​ໄດ້ເຮັດ​ວຽກ​ງານ​ປ້ອງ​ກັນຕ້ານ, ປ້ານ​ຄັນ​ຄູ​ກັນ​ນ້ຳ​ທະ​ເລ​ຊຶມ, ຮັກສາ​ນ້ຳ​ຈຶດ​ເປັນ​ຢ່າງ​ດີ ຈັດ​ຕັ້ງ​ສະຖານ​ທີ່ສູບ​ນ້ຳ​ເພື່ອກູ້​ເອົາຕົ້ນ​ເຂົ້າ ດັ່ງ​ນັ້ນ​ຈຶ່ງຈຳກັດ​​ໄດ້​ຄວາມ​ເສຍ​ຫາຍ​ໃນ​ການ​ຜະລິດ. ທ່ານ​ເລຂາທິການ​ໃຫຍ່ ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​​ຮູ້​ວ່າ ​ຍ້ອນ​ມີ​ພັດທະນາ​ເສດຖະກິດ, ສັງຄົມ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຕາ​ແສງ ຢາ​ທ້ວນ ​ແລະ ​ເມືອງ ກໍກົງ​ດົງ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ​​ໂສມ​ໜ້າ​ຊົນນະບົດ​ນັບ​ມື້​ນັບຈະ​ເລີ​ນ​ເຕີບ​ໂຕ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ທ້ອງ​ຖິ່ນຈົ່ງ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການປະຕິບັດຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ; ສະ​ເໜີ​ບັນດາ​ກະຊວງ, ຄະນະ​, ຂະ​ແໜງ​ການ, ສູນ​ກາງ​ສືບ​ຕໍ່​ຊອກ​ຫາ​ວິທີ​ແກ້​ໄຂ, ຮັບ​ມື​ກັບ​ສະພາບ​ການ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ ດ້ວຍ​ບັນດາ​ມາດ​ຕະການທັງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາມ​ນານ, ທັງ​ຢູ່​ກັບ​ທີ່ ​ແລະ ຈາກ​ທາງ​ໄກ.

 

ຂ່າວ/ບົດ​ອື່ນ