ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ
ທ່ານ ຫງວຽນຟູ໋ຈ້ອງຕ້ອນຮັບ ທ່ານ Hul Phany
(ພາບສຳນັກຂ່າວສານຫວຽດນາມ)
(vovworld)- ຕອນບ່າຍ ວັນທີ 3/8, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Hul Phany ເອກອັກຄະລັດຖະທູດລາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຄຳນັບ ເນື່ອງໃນໂອກາດສີ້ນສຸດອາຍຸການປະຕິບັດໜ້າທີ່ການທູດ ຢູ່ ຫວຽດນາມ. ທ່ານ ເອກອັກຄະລັດຖະທູດ Hul Phany ໄດ້ສະແດງຄວາມຂອບໃຈ ທ່ານ ເລຂາທິການໃຫຍ່ ຫງວຽນຟູ່໋ຈ້ອງ ທີ່ໄດ້ສະຫຼະເວລາຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ. ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ຂອບໃຈການນຳພັກ, ລັດ, ບັນດາກະຊວງ, ຂະແໜງການ ແລະ ບັນດາທ້ອງຖິ່ນ ທີ່ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ ທ່ານ ເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ການທູດ ໃນໄລຍະ 6 ປີ ຢູ່ ຫວຽດນາມ; ຢືນຢັນວ່າ: ເຖິງວ່າຈະຢູ່ໃນຖານະຕຳແໜ່ງໃດກໍ່ຕາມ ທ່ານ ເອກອັກຄະລັດຖະທູດ Hul Phany ກໍ່ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງ ໃຫ້ແກ່ການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ກຳປູເຈຍ-ຫວຽດນາມ.
ທ່ານ ເລຂາທິການໃຫຍ່ ຫງວຽນຟູ່໋ຈ້ອງ ຢືນຢັນວ່າ: ຫວຽດນາມ-ກຳປູເຈຍ ເປັນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອການພົວພັນມິດຕະພາບ, ສະໜິດຕິດພັນມາແຕ່ດົນນານ. ທ່ານ ເລຂທິການໃຫຍ່ ຕີລາຄາສູງບົດບາດ, ການປະກອບສ່ວນ ຂອງ ທ່ານ ເອກອັກຄະລັດຖະທູດ ໃນການປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນ ຖານບ້ານໃກ້ເຮືອນຄຽງດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ; ອວຍພອນໃຫ້ບັນດາຜົນງານ ຂອງກຳປູເຈຍ ທີ່ຍາດມາໄດ້ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ; ຢືນຢັນ ນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນ ກັບກຳປູເຈຍ ເພື່ອຜົນປະໂຫຍດ ຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.