ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໄປໄວ້ອາໄລປະທານພັກປະຊາຊົນກຳປູເຈຍເຈຍຊິມ
ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄວ້ອາໄລ
ແລະ ຂຽນໃສ່ປື້ມສະດຸດີອາໄລຫາສົມເດັດ ເຈຍຊິມ
(vovworld) - ຕອນເຊົ້າວັນທີ 19/6, ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຍັງສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ເພື່ອໄວ້ອາໄລ ແລະ ຂຽນໃສ່ປື້ມສະດຸດີ ອາໄລຫາ ສົມເດັດ ອັກຄະ ມະຫາທຳມະໂພທິສານ ເຈຍຊິມ, ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງລາຊະອານາຈັກກຳປູເຈຍ ທີ່ຫາກໍ່ເຖິງແກ່ມໍລະນະກຳ.
ໃນວັນດຽວກັນ, ຄະນະຜູ້ແທນຄະນະພົວພັນການຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ອະນຸກຳມະການຮ່ວມມືຫວຽດນາມ - ກຳປູເຈຍ; ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະພັກນະຄອນຮ່າໂນ້ຍ; ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ແລະ ບາງກະຊວງ, ຂະແໜງການ ໄດ້ເຂົ້າໄວ້ອາໄລ, ແລະຂຽນໃສ່ປື້ມສະດຸດີອາໄລຫາ ສົມເດັດ ອັກຄະ ມະຫາທຳມະໂພທິສານ ເຈຍຊິມ ຢູ່ສະຖານທູດກຳປູເຈຍປະຈຳຫວຽດນາມ.