ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູ໋ຈ້ອງ ຕ້ອນຮັບ
ທ່ານເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ Hiroshi Fukada
(ພາບປະກອບ: TTXVN)
(vovworld) - ຕອນບ່າຍວັນທີ 7/10, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູ໋ຈ້ອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ຫວຽດນາມ Hiroshi Fukada ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງອາລົມຈິດອັນດີງາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ. ພ້ອມທັງສະແດງຄວາມຫວັງວ່າ, ເຖິງວ່າ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນຈະກັບເມືອປະເທດປະຕິບັດງານ ໃນຖານະຕຳແໜ່ງໃດກໍ່ຕາມ, ແຕ່ດ້ວຍອາລົມຈິດ, ປະສົບການ ແລະ ຄວາມຮູ້ຂອງຕົນກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນຈະສືບຕໍ່ປະກອບສ່ວນໃຫ້ແກ່ການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ຫວຽດນາມ ກໍ່ຢືນຢັນຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ການພົວພັນປະຊາຊົນສອງປະເທດ ຍີ່ປຸ່ນ - ຫວຽດນາມ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.