(vovworld) - ຕອນເຊົ້າວັນທີ 18/04, ຢູ່ຮ່າໂນ້ຍ, ຄະນະປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳ. ທີ່ກອງປະຊຸມ, ຄະນະປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ປຶກສາຫາລື ໃຫ້ຄຳເຫັນສຳລັບ: ບົດລາຍງານລະດັບຄວາມຄືບໜ້າ, ບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ສະເໜີການແກ້ໄຂບາງຄະດີທີ່ຮ້າຍແຮງພິເສດ ຂຶ້ນກັບການຕິດຕາມ, ຊີ້ິ້ນຳຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ກົນໄກສົມທົບກັນລະຫວ່າງບັນດາອົງການສືບສວນສອບສວນ, ຟ້ອງສານ, ພິພາກສາລະຫວ່າງສູນກາງ ແລະ ທ້ອງຖິ່ນໃນການເຄື່ອນໄຫວສືບສວນສອບສວນ, ຟ້ອງສານ, ພິພາກສາຂັ້ນຕົ້ນບັນດາຄະດີສໍ້ລາດບັງຫຼວງ, ດ້ານເສດຖະກິດຂຶ້ນກັບການຕິດຕາມຊີ້ນຳຂອງຄະນະຊີ້ນຳສູນກາງ, ຄະນະວຽກງານການເມືອງພາຍໃນຕິດຕາມ, ເລັ່ງລັດ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຮຽກຮ້ອງໃຫ້ບັນດາອົງການກ່ຽວຂ້ອງສຸມໃສ່ຍູ້ໄວລະດັບຄວາມຄືບໜ້າການສືບສວນສອບສວນ, ຟ້ອງສານ, ພິພາກສາບັນດາຄະດີຮ້າຍແຮງເປັນພິເສດ, ຮັບປະກັນໃຫ້ຖືກຕາມກົດໝາຍ.