ທາບທາມຄຳເຫັນລາຍ ງານຕີລາຄາເງື່ອນໄຂ ການຄົ້ນຄ້ວາເຂື່ອນໄຟຟ້າ ນ້ຳຕົກບົນແມ່ນ້ຳຂອງ
(ພາບ: .tinmoitruong.vn)
(vovworld)– ວັນທີ 26/11 ຢູ່ຮ່າໂນ້ຍ, ຫ້ອງການປະຈຳຄະນະກຳມະການແຫ່ງຊາດແມ່ນ້ຳຂອງຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາບທາມຄຳເຫັນລາຍງານຕີລາຄາເງື່ອນໄຂການຄົ້ນຄ້ວາເຂື່ອນໄຟຟ້ານ້ຳຕົກແມ່ນ້ຳຂອງຜ່ານການຄົ້ນຄ້ວາ “ການກະທົບຂອງບັນດາກິດຈະກຳເຂື່ອນໄຟຟ້ານ້ຳຕົກບົນແມ່ນ້ຳຂອງ“. ນີ້ແມ່ນກິດຈະກຳຄົ້ນຄ້ວາໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເປັນປະທານ. ບັນດາໝາກຜົນຂອງການຄົ້ນຄ້ວາຈະແມ່ນພື້ນຖານ, ຂໍ້ອ້າງອີງດ້ານວິທະຍາສາດເພື່ອໃຫ້ບັນດາປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ຊັ່ງຊາໃນການກໍ່ສ້າງບັນດາກິດຈະກຳເຂື່ອນໄຟຟ້ານ້ຳຕົກບົນແມ່ນຳຂອງ. ຈຸດໝາຍຂອງ ການຄົ້ນຄ້ວາ “ການກະທົບຂອງບັນດາກິດຈະກຳເຂື່ອນໄຟຟ້ານ້ຳຕົກບົນແມ່ນ້ຳຂອງ“ ແມ່ນເພື່ອແນໃສ່ຕີລາຄາບັນດາການກະທົບສັງລວມຂອງການກໍ່ສ້າງ ແລະ ເຄື່ອນໄຫວຂອງເຂື່ອນໄຟຟ້ານ້ຳຕົກຕໍ່ລະບົບສິ່ງແວດລ້ອມທຳມະຊາດ, ເສດຖະກິດ, ສັງຄົມຢູ່ເຂດທົ່ງພຽງຖືກນ້ຳຖ້ວມແຂດລຸ່ມແມ່ນ້ຳຂອງຂຶ້ນຫວຽດນາມ ແລະ ກຳປູເຈຍ./.