ທາບທາມດ້ານການເມືອງຂັ້ນສູງຄັ້ງທີ 2 ລະຫວ່າງຫວຽດນາມ - EU

ທາບທາມດ້ານການເມືອງຂັ້ນສູງຄັ້ງທີ 2 ລະຫວ່າງຫວຽດນາມ - EU - ảnh 1
ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ​ຍ​ແທງ​ເຊີນ
ແລະ ຜູ້ອຳນວຍ​ການ​ອົງການ​ການ​ຕ່າງປະ​ເທດ​​ເອີ​ລົບ
(ພາບ: vietnamplus.vn)


(vovworld) –  ຫວ່າງແລ້ວນີ້, ທີ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ຫາ​ກໍ​ດຳ​ເນີນ​ການ​ທາ​ບທາ​ບດ້ານການ​ເມືອງ​ລະຫວ່າງ​ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ​ຍ​ແທງ​ເຊີນ ​ແລະ ຜູ້ອຳນວຍ​ການ​ອົງການພົວພັນຕ່າງປະ​ເທດ​​ເອີ​ລົບ (EEAS) David O’Sullivan. ນັ້ນແມ່ນ​ການ​ທາ​ບທາມດ້ານ​ການ​ເມືອງ​ຂັ້ນຮອງ​ລັດຖະມົນ​ຕີ​ເປັນ​ຄັ້ງ​ທີ 2 ຕາມ​ຂໍ້​ຕົກລົງ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU). ທີ່​ການ​ທາ​ບທາມ, 2 ຝ່າ​ຍ​ໄດ້​ແລກປ່ຽນ​​ບັນດາ​ມາ​ດຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - EU ​ໃນ​ບັນດາ​ຂົງ​ເຂດ​ການ​ເມື​ອງ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ - ການ​ລົງທຶນ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ, ກຳນົດ​ບັນດາ​ເນື້ອ​ໃນ​ຮັບ​ບຸລິມະສິດ​​ຜັນ​ຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ຫວຽດນາມ - EU ​ໃນ​ປີ 2013 ​ໂດຍ​ໄວ. 2 ຝ່າຍ​ກໍ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບາງ​ບັນຫາ​ພາຍ​ໃນ​ພາກ​ພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື; ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮ່ວມ​ມື​ອາ​ຊຽນ - EU, ຮ່ວມ​ມື​ຢູ່​ເຂດ​ອານຸພາກ​ພື້ນ​ແມ່ນ​ນ້ຳຂອງ... 2 ຝ່າຍ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ ບຸ​ຍ​ແທງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ​ແບນ​ຊິກ Dirk Achten. 2 ຝ່າຍ​ໄດ້​ເຫັນ​ດີ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຮັບບຸລິມະສິດ​ຢ່າງ​ຕັ້ງ​ໜ້າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ, ​ເຕັກ​ໂລ​ໂນຊີ​ຊີວະ​ວິທະຍາ, ສິ່ງ​ແວດ​ລ້ອມ, ຄຸ້ມ​ຄອງ​ແຫຼ່ງນ້ຳ; ​ເປັນ​ເອ​ກະພາບ​ນຳ​ກັນ​ໃນ​ການ​ສົມທົບການ​ເຄື່ອນ​ໄຫວ​ຕ່າງໆຂອງ 2 ຝ່າຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ​ແບນ​ຊິກ.

ຂ່າວ/ບົດ​ອື່ນ