ທຳນຽບ5ແຈກຽມພ້ອມບຸກໂຈມຕີທາງອາກາດISໃນຜືນແຜ່ນດິນຊີຣີ
ທ່ານປະທານາທິບໍດີ Barack Obama
(ພາບ: Getty)
(vovworld) – ວົງການເຈົ້າໜ້າທີ່ທຳນຽບຂ່າວໄດ້ປະກາດບັນດາວິທີການ ແລະ ບັນດາເປົ້າໝາຍລ້ວນແຕ່ໄດ້ກຽມພ້ອມໃຫ້ແກ່ບັນດາການບຸກໂຈມຕີທາງອາກາດຕ້ານກຳລັງ “ລັດອິດສະລາມ” (IS) ໂດຍຂະໜານນາມເອງໃນຜືນແຜ່ນດິນ ຊີຣີ ແລະ ພຽງແຕ່ລໍຖ້າຄຳສັ່ງຂອງທ່ານປະທານາທິບໍດີ Barack Obama.
ກ່າວຄຳເຫັນທີ່ການອະພິປາຍໃນວັນທີ 18/9, ຕໍ່ໜ້າກຳມາທິການກຳລັງທະຫານສະພາຕ່ຳ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ໃຫ້ຮູ້ວ່າ: ທ່ານ ແລະ ປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມ ອາເມລິກາ, ນາຍພົນ Martin Dempsey ໄດ້ເຫັນດີລົງນາມໃນແຜນການບຸກໂຈມຕີ IS ໃນຜືນແຜ່ນດິນຂອງ ຊີຣີ ເພື່ອຍື່ນສະເໜີຕໍ່ທຳນຽບຂາວ. ໃນອາທິດນີ້, ຫົວໜ້າກອງບັນຊາການສູນກາງ (CENTCOM), ນາຍພົນ Lloyd Austin ກໍ່ສະເໜີໂດຍກົງກັບທ່ານປະທານາທິບໍດີ Obama ກ່ຽວກັບແຜນການບຸກໂຈມຕີບັນດາເປົ້າໝາຍຂອງ IS ຢູ່ ຊີຣີ, ໃນນັ້ນມີບັນດາກອງບັນຊາການ, ສູນພາລະທິການ ແລະ ພື້ນຖານໂຄງລ່າງ.
ໃນຂະນະທີ່ ປະທານາທິບໍດີ Barack Obama ບໍ່ທັນເຊັນຂໍ້ຕົກລົງອະນຸຍາດດຳເນີນການບຸກໂຈມຕີເຂົ້າຜືນແຜ່ນດິນ ຊີຣີ, ບັນດາເຮືອບິນສອບແນມຂອງ ອາເມລິກາ ຍັງຄົງສືບຕໍ່ປະຕິບັດບັນດາຖ້ຽວບິນສອບແນມສະພາບການໃນເຂດນານຟ້າ ຊີຣີ ເພື່ອແນໃສ່ກຳນົດບັນດາເປົ້າໝາຍ, ພິເສດແມ່ນບ່ອນຕັ້ງທັບຂອງການນຳກຸ່ມ IS.