ທຳນຽບຂາວຍັງບໍ່ທັນສະຫຼຸບເລື່ອງ IS ກ່ຽວຂ້ອງ ເຖິງເຫດບຸກໂຈມຕີຢູ່ Texas
ເຫດບຸກໂຈມຕີຢູ່ Texas
(ພາບ: Reuters)
(vovworld) – ວັນທີ 05/05, ທຳນຽບຂາວຖະແຫຼງວ່າ, ຍັງໄວເກີນໄປເມື່ອຖືວ່າ ກຸ່ມລັດອິດສະລາມ IS ເອງຊື່ເອງ ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີຢູ່ Texas ແນໃສ່ງານວາງສະແດງພາບແຕ້ມເຍາະເຍີຍນັກທຳນາຍ Mohammed ໂດຍກຸ່ມຝ່າຍຂວາຕ້ານສາສະໜາອິດສະລາມຈັດຕັ້ງ. ໂຄສົກທຳນຽບຂາວ Josh Earnest ໃຫ້ຮູ້ວ່າ, ເຫດບຸກໂຈມຕີທີ່ມືປືນ 2 ຄົນປະຕິບັດຍັງຢູ່ໃນວິວັດການສືບສວນ ແລະ ຍັງບໍ່ທັບສະຫຼຸບວ່າເຫດການດັ່ງກ່າວໂດຍແມ່ນ IS ປະຕິບັດຫຼືບໍ່. ກ່ອນໜ້ານັ້ນ, ວັນທີ 03/05, ມືປືນ 2 ຄົນໄກ້ຂັບລົດເຖິງສູນ Curtis Culwell ແລະ ຍິງປືນໃສ່ພາລະກອນປ້ອງກັນຄວາມສະຫງົບຢູ່ນອກສູນ, ເຮັດໃຫ້ພາລະກອນ 1 ຄົນຖືກບາດເຈັບໜັກ. 2 ຄົນດັ່ງກ່າວໄດ້ໜີໄປແຕ່ຖືກຕຳຫຼວດຈັດຕົວ.