ສະມາຊິກສະພາແຫ່ງຊາດ 2 ທ່ານ Lindsey Graham (ເບື້ອງຊ້າຍ) ແລະ Charles Schumer.
(ພາບ: Reuters)
(vovworld) – ວັນທີ 19/7, ທຳນຽບຂາວໄດ້ປະຕິເສດຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ (ສສຊ) 2 ທ່ານທີ່ຮຽກຮ້ອງໃຫ້ທ່ານປະທານາທິບໍດີ Barack Obama ຄິດໄລ່ເຖິງເລື່ອງຍ້າຍສະຖານທີ່ຈັດຕັ້ງກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ອອກຈາກປະເທດລັດເຊຍ, ຖ້າຫາກວ່າມົດສະກູ ບໍ່ຈັບຕົວ ແລະ ສົ່ງອະດີດພະລາທິການກົມສືບລາຊາການລັບສູນກາງ (CIA) Edward Snowden ກັບຄືນປະເທດ. ທີ່ການປະຊຸມຂ່າວນັດສາມັນຢູ່ວໍຊິງຕັນ, ເມື່ອວັນທີ 19/7, ໂຄສົກທຳນຽບຂາວ Jay Crney ຢືນຢັນວ່າ, ປະທານາທິບໍດີອາເມລິກາຄາດຄະເນວ່າຈະໄປ Petersburg ໃນເດືອນ 9 ເພື່ອເຂົ້າຮ່ວມກອງປະຊຸມ G20, ໂດຍລັດເຊຍເປັນເຈົ້າພາບ. ທ່ານໃຫ້ຮູ້ວ່າ ຂໍ້ສະເໜີໂດຍສະມາຊິກສະພາສູງພັກສາທາລະນະລັດ Lindsey Graham ແລະ ສະມາຊິກສະພາສູງພັກປະຊາທິປະໄຕ Charles Schumer ຍົກອອກມາ ແມ່ນບໍ່ມີຜົນສັກສິດ.