ທຳນຽບຂາວປະເອີບໃຈ ຕໍ່ແງ່ຫວັງຂອງເສດ ຖະກິດອາເມລິກາ
(ພາບ: AFP/ TTXVN)
(vovworld)- ໃນບົດລາຍງານປະກາດເມື່ອວັນທີ 10/3, ທຳນຽບຂາວໄດ້ຍົກອອກບັນດາການຄາດຄະເນປະເອີບໃຈທີ່ສຸດຕໍ່ແງ່ຫວັງແຫ່ງການເຕີບໂຕຂອງພື້ນຖານເສດຖະກິດອາເມລິກາ ໃນປີ 2014-2015. ຕາມບົດລາຍງານດັ່ງກ່າວ, ພື້ນຖານເສດຖະກິດອັນດັບໜຶ່ງໃນໂລກນີ້ ຈະມີການເຕີບໂຕ 3,1% ໃນປີ 2014 ແລະ 3,4% ໃນປີ 2015. ໃນຂະນະນັ້ນ, ອັດຕາສ່ວນຜູ້ຫວ່າງງານຈະຫລຸດລົງໃນລະດັບສະເລ່ຍແມ່ນ 6,9%. ທຳນຽບຂາວຍົກອອກການຄາດຄະເນດັ່ງກ່າວໃນກໍລະນີທີ່ສະພາແຫ່ງຊາດອາເມລິກາ ຈະຮັບຮອງເອົາຂໍ້ສະເໜີຂອງປະທານາທິບໍດີອາເມລິກາ Barack Obama ແມ່ນເພີ່ມເງິນເດືອນພື້ນຖານໃຫ້ແກ່ຜູ້ອອກແຮງງານອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາທ່ານສະມາຊິກລັດຖະສະພາຂອງພັກສາທາລະນະລັດ ໄດ້ຄັດຄ້ານຂໍ້ສະເໜີນີ້ ດ້ວຍເຫດຜົນທີ່ວ່າມັນຈະກໍ່ຜົນເສຍຫາຍຕໍ່ບັນດາວິສາຫະກິດ./.