ນັກການເມືອງຂຶ້ນກັບພັກສາທາລະນະຜູ້ທີ15ຖະແຫລງວ່າຈະອອກຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາ

ນັກການເມືອງຂຶ້ນກັບພັກສາທາລະນະຜູ້ທີ15ຖະແຫລງວ່າຈະອອກຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາ - ảnh 1
​ຜ​ູ້​ວ່າ​ການ​ລັດ Wisconsin, ທ່ານ Scott Walker
ພາບ:baotintuc.vn


(vovworld)-​ການ​ຊ່ວງ​ເສັງ​ເຂົ້າ​ທຳ​ນຽບ​ຂາວ​ສືບ​ຕໍ່ຕ້ອນ​ຮັບ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ອີກທ່ານ​ຫນຶ່ງ ພາຍ​ຫລັງ​ຜ​ູ້​ວ່າ​ການ​ລັດ Wisconsin, ທ່ານ Scott Wallker, ວັນ​ທີ 13/7 ຖະ​ແຫລງ​​ຫາ​ສຽງ​ເລືອກ​ຕັ້ງ​ເປັນ​ຜູ້​ຕາງ​ຫນ້າໃຫ້​ພັກ​ສາ​ທາ​ລະ​ນະ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປີ 2016. ດ້ວຍ​ຖະ​ແຫລງ​ດັ່ງ​ກ່າວ, ທ່ານ Wallker ອາ​ຍຸ 47 ປີ ໄດ້​ກາຍ​ເປັນ​ນັກ​ການ​ເມືອງ​ຂຶ້ນ​ກັບ​ພັກ​ສາ​ທາ​ລະ​ນະ​ຜູ້​ທີ 15 ເຂົ້າ​ຮ່ວມ​ການ​ຊ່ວງ​ເສັງ​ເປັນ​ຜູ້​ຕາງ​ຫນ້າ​ຂອງ​ພັກ​ນີ້​ໃນ​ການ​ເລ​ືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປີ 2016. ຖັດ​ຈາກທ່ານ Scott Walker ຜູ້​ວ່າ​ການ​ລັດ Wisconsin, ພັກ​ສາ​ທາ​ລະ​ນະ  ​ມີ​ຜູ້​ວ່າ​ການ​ລັດ Ohio John Kasich ຕື່ມ​ອີກ ຄາດ​ວ່າ​ຈະ​ຖະ​ແຫລງ​ອອກ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ທ້າຍ​ເດືອນນີ້.

ຂ່າວ/ບົດ​ອື່ນ