ນັກຊ່ຽວຊານຕີລາຄາ ອົດສະຕາລີ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ

(VOVWORLD) - ນີ້ແມ່ນຄັ້ງທີ 2 ທີ່ທ່ານນາງ Penny Wong ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ແມ່ນຄັ້ງທີ 4 ພົບປະກັບທ່ານລັດຖະມົນຕີ ບຸ່ຍແທັງເຊີນ ນັບແຕ່ເວລາທ່ານນາງ ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ໃນເດືອນພຶດສະພາ 2022.
ນັກຊ່ຽວຊານຕີລາຄາ ອົດສະຕາລີ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ  - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ
(ພາບ: Nguyễn Minh/TTXVN )

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ແຕ່ວັນທີ 21  - 24 ສິງຫາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຈະມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ພ້ອມທັງເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ສອງປະເທດຄັ້ງທີ 5.

        ທ່ານ ປອ ຫງວຽນຮົ່ງຫາຍ, ອາຈານຂັ້ນສູງກ່ຽວກັບດ້ານການເມືອງ ແລະ ນະໂຍບາຍສາທາລະນະຂອງ ໂຮງຮຽນ ຍຸຕິທຳ, ພະແນກບັນດາຂະແໜງປະດິດຄິດສ້າງ, ການສຶກສາ ແລະ ຄວາມຍຸຕິທຳສັງຄົມຂຶ້ນກັບ ມະຫາວິທະຍາໄລເຕັກໂນໂລຊີ Queensland (ປະເທດ ອົດສະຕາລີ); ອາຈານສອນຂອງມະຫາວິທະຍາໄລ VinUni (ຫວຽດນາມ) ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໄດ້ສະແດງການຖືເປັນສຳຄັນຂອງ ອົດສະຕາລີ ສຳລັບການພົວພັນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ.

        ທ່ານ ປອ ຫງວຽນຮົ່ງຫາຍ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 2 ທີ່ທ່ານນາງ Penny Wong ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ແມ່ນຄັ້ງທີ 4 ພົບປະກັບທ່ານລັດຖະມົນຕີ ບຸ່ຍແທັງເຊີນ ນັບແຕ່ເວລາທ່ານນາງ ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ໃນເດືອນພຶດສະພາ 2022. ປີ 2022, ວົງເງິນການຄ້າສອງສົ້ນ ຫວຽດນາມ - ອົດສະຕາລີ ມີການເຕີບໂຕຢ່າງກະໂດດຂັ້ນ, ບັນລຸລະດັບສະຖິຕິໃໝ່ 15,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ປີ 2021. ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງ ອົດສະຕາລີ ແລະ ປະຈຸບັນ, ອົດສະຕາລີ ແມ່ນຄູ່ຮ່ວມມື ການຄ້າໃຫຍ່ອັນດັບທີ 7 ຂອງ ຫວຽດນາມ.

        ຕາມທ່ານ ປອ ຫງວຽນຮົ່ງຫາຍ ແລ້ວ, ຖ້າຫາກສອງຝ່າຍຍົກເວັ້ນ ວີຊາ ໃຫ້ພົນລະເມືອງຂອງກັນ, ນີ້ຈະແມ່ນບາດກ້າວປະກອບສ່ວນເຂົ້າໃນການປັບປຸງການພົວພັນຮ່ວມມືໃນໄລຍະຈະມາເຖິງຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ