ນັກ​ຊ່ຽວ​ຊານ​ລັດ​ເຊ​ຍ ຕີ​ລາ​ຄາ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ໝູນ​ໃຊ້ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ການກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ

(VOVWORLD) -ບົດຂຽນກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ເອົາລົງຫວ່າງມໍ່ໆມານີ້, ນັກຊ່ຽວຊານ ລັດເຊຍບາງທ່ານໄດ້ຍົກອອກການຕີລາຄາກ່ຽວກັບວິວັດການປ່ຽນແປງໃໝ່ ແລະ ຮູບແບບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ຢູ່ ຫວຽດນາມ.
ນັກ​ຊ່ຽວ​ຊານ​ລັດ​ເຊ​ຍ ຕີ​ລາ​ຄາ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ໝູນ​ໃຊ້ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ການກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ - ảnh 1ທ່ານ Grigory Trofimchuk ປະທານສະພານັກຊ່ຽວຊານກອງທຶນຄົ້ນຄ້ວາ ອາຊີ - ເອີລົບ (ພາບ: TTXVN)

ທ່ານ Grigory Trofimchuk ປະທານສະພານັກຊ່ຽວຊານກອງທຶນຄົ້ນຄ້ວາ ອາຊີ - ເອີລົບ ຖືວ່າ ໄລຍະ 35 ປີແມ່ນໄລຍະເວລາທີ່ພຽງພໍເພື່ອຍົກອອກບັນດາໝາກຜົນຂອງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ ມາຮອດຈຸດເວລານີ້. ນັກຊ່ຽວຊານລັດເຊຍຖືວ່າ ພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ໄດ້ເຮັດໃຫ້ ປະເທດ ແລະ ປະຊາຊົນ ຫວຽດນາມ ປະສົບຜົນສຳເລັດດ້ານເສດຖະກິດ - ສັງຄົມ.

ເມື່ອເວົ້າເຖິງໝາກຜົນໃນຂົງເຂດການຕ່າງປະເທດ ເຊິ່ງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມນຳມາໃຫ້ປະເທດ ຫວຽດນາມ, ນັກຊ່ຽວຊານ Grigory Trofimchuk ໄດ້ຢັ້ງຢືນວ່າ ອິດທິພົນຊື່ສຽງ ແລະ ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ ໃນຫຼາຍປີຜ່ານມາ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນ ອາຊຽນ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ.

ສ່ວນທ່ານ ປ.ອ Evgeny Vlasov ຮັກສາການຮອງອະທິການບໍດີ ຮັບຜິດຊອບການພົວພັນສາກົນ ຂອງມະຫາວິທະຍາໄລສັງລວມ ສະຫະພັນ ຕາເວັນອອກໄກ (DVFU) ຖືວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບົດຂຽນສະຫຼຸບ ແລະ ຖອດຖອນໄດ້ປະສົບການພັດທະນາຂອງປະເທດຊາດໃນເມື່ອກ່ອນ ແລະ ປັດຈຸບັນ, ການກຳນົດທິດແນວທາງການເມືອງ ແລະ ອະນາຄົດຂອງປະເທດຊາດ. ທ່ານ ກໍ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກາຍເປັນປະເທດພັດທະນາ ແລະ ປະຊາຊົນມີລາຍຮັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ