ນັ​ກ​ຊ່ຽວ​ຊານ​ສະ​ຖາ​ບັນ​ສະ​ພາມະ​ຫາ​ບັນ​ດິດ​ລັດ​ເຊຍ: ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ເຂົ້າ​ການ​ພັດ​ທະ​ນາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ນັກຊ່ຽວຊານລັດເຊຍ ກໍ່ໄດ້ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ແລະ ລັດເຊຍ ຕໍ່ຄວາມໝັ້ນຄົງໃນພາກພື້ນ, ຢັ້ງຢືນວ່າ ທັງ 2 ປະເທດລ້ວນແຕ່ສະໜັບສະໜູນ UNCLOS-1982 ແລະ ຖືນີ້ແມ່ນພື້ນຖານນິຕິກຳ ເພື່ອແກ້ໄຂບັນດາຄວາມຂັດແຍ່ງ ແລະ ການປະທະກັນຢູ່ທະເລຕາເວັນອອກ.
ນັ​ກ​ຊ່ຽວ​ຊານ​ສະ​ຖາ​ບັນ​ສະ​ພາມະ​ຫາ​ບັນ​ດິດ​ລັດ​ເຊຍ: ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ເຂົ້າ​ການ​ພັດ​ທະ​ນາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ - ảnh 1ທ່ານ Igor Olegovich Mishin ນັກຊ່ຽວຊານລັດເຊຍ ຂອງສະຖາບັນເສດຖະກິດສາກົນ ແລະ ການພົວພັນການຕ່າງປະເທດ (IMEMO) (ພາບ: TTXVN) 

  ໃນຂໍ້ສັງເກດທີ່ໄດ້ຍົກອອກມາໃນວັນທີ 27 ມິຖຸນາ, ທ່ານ Igor Olegovich Mishin ນັກຊ່ຽວຊານລັດເຊຍ ຂອງສະຖາບັນເສດຖະກິດສາກົນ ແລະ ການພົວພັນການຕ່າງປະເທດ (IMEMO) ຂຶ້ນກັບສະຖາບັນສະພາມະຫາບັນດິດວິທະຍາສາດລັດເຊຍຢັ້ງຢືນວ່າ ໃນສະພາບການຢູ່ພາກພື້ນອາຊີ - ປາຊີຟິກ ເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະມີການຜັນແປຢ່າງສັບສົນຫຼາຍຢ່າງ, ວິທີການສຳຜັດຂອງຫວຽດນາມໄດ້ປະກອບສ່ວນຢ່າງຍິ່ງເຂົ້າການພັດທະນາສັນຕິພາບຢູ່ພາກພື້ນນີ້.

ຕາມນັ້ນແລ້ວ, ວິທີການສຳຜັດຂອງຫວຽດນາມ ຕໍ່ບັນດາບັນຫາຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ທະເລຕາເວັນອອກ ອີງຕາມບັນດາຫຼັກການຮັກສາສັນຕິພາບ ແລະ ບ້ານໃກ້ເຮືອນຄ່ຽງທີ່ປອງດອງ. ຫວຽດນາມ ໄດ້ສະໜັບສະໜູນການແກ້ໄຂການປະທະກັນໂດຍກົດໝາຍສາກົນ ບົນພື້ນຖານແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS -1982). ວິທີການສຳຜັດດັ່ງກ່າວໄດ້ປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າການພັດທະນາສັນຕິພາບ ຂອງພາກພື້ນເອີລົບ - ປາຊີຟິກ.

ນັກຊ່ຽວຊານລັດເຊຍ ກໍ່ໄດ້ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ແລະ ລັດເຊຍ ຕໍ່ຄວາມໝັ້ນຄົງໃນພາກພື້ນ, ຢັ້ງຢືນວ່າ ທັງ 2 ປະເທດລ້ວນແຕ່ສະໜັບສະໜູນ UNCLOS-1982 ແລະ ຖືນີ້ແມ່ນພື້ນຖານນິຕິກຳ ເພື່ອແກ້ໄຂບັນດາຄວາມຂັດແຍ່ງ ແລະ ການປະທະກັນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ