ນັກຊ່ຽວຊານສາກົນ ປະກອບແນວຄວາມຄິດໃສ່ຍຸດທະສາດພັດທະນາເສດຖະກິດຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ບັນດານັກຊ່ຽວຊານເສດຖະກິດ ປະກອບຄໍາເຫັນຢ່າງສຸດໃຈ ແລະ ກົງໄປກົງມາ

ຕອນບ່າຍວັນທີ 2 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍບັນດາທ່ານຮອງນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບນັກຊ່ຽວຊານເສດຖະກິດແຖວໜ້າຂອງປະເທດ 27 ທ່ານ, ຮັບຟັງບັນດານັກຊ່ຽວຊານປະກອບແນວຄວາມຄິດໃສ່ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ 2021 – 2030. ນີ້ແມ່ນເອກະສານສໍາຄັນຂອງຄະນະອະນຸກໍາມະການເສດຖະກິດ-ສັງຄົມ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ 13.

        ກ່າວຄໍາເຫັນໄຂການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ບັນດານັກຊ່ຽວຊານເສດຖະກິດ ປະກອບຄໍາເຫັນຢ່າງສຸດໃຈ ແລະ ກົງໄປກົງມາ, ຍົກໃຫ້ເຫັນບັນດາຂໍ້ຂາດຕົກບົກຜ່ອງ, ສິ່ງຄົງຄ້າງ ທີ່ຕ້ອງແກ້ໄຂ ແລະ ຍົກອອກການກໍານົດທິດ, ມາດຕະການພັດທະນາເສດຖະກິດສັງຄົມໃນໄລຍະຈະມາເຖິງ ແລະ ຍຸດທະສາດ 10 ປີ.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຍຸດທະສາດ 10 ປີ ພັດທະນາເສດຖະກິດສັງຄົມ ຄວນມີວິໄສທັດພັດທະນາປະເທດຊາດ ແລະບັນດາບັນຫາແກ່ນສານ ເພື່ອຊຸກຍູ້ພັດທະນາ, ປະຕິບັດຄວາມປາດຖະໜາບືນຕົວຂຶ້ນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ