ນັກ​ທຸ​ລະ​ກິດ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ປະ​ກອບ​ສ່ວນ​ນຳ​ປະ​ເທດ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ເກືອບສອງປີຜ່ານມາ, ຖັນແຖວນັກທຸລະກິດທັງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ທັງຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ. ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍຕາມ ແຕ່ບັນດານັກທຸລະກິດ ຍາມໃດກໍສະແດງຄວາມຮັບຜິດຊອບ, ຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ມີການປະກອບສ່ວນສຳຄັນ, ລ້ຳຄ່າ, ແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ -19.
ນັກ​ທຸ​ລະ​ກິດ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ປະ​ກອບ​ສ່ວນ​ນຳ​ປະ​ເທດ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນໃນການພົບປະກັບຜູ້ຕາງໜ້າວິສາຫະກິດ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ (ວັນທີ 13 ຕຸລາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສົ່ງຈົດໝາຍມາຍັງຖັນແຖວນັກທຸລະກິດໃນທົ່ວປະເທດ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເກືອບສອງປີຜ່ານມາ, ຖັນແຖວນັກທຸລະກິດທັງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ທັງຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ. ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍຕາມ ແຕ່ບັນດານັກທຸລະກິດ ຍາມໃດກໍສະແດງຄວາມຮັບຜິດຊອບ, ຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ມີການປະກອບສ່ວນສຳຄັນ, ລ້ຳຄ່າ, ແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ -19.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຈະສືບຕໍ່ໍວາງອອກມາດຕະການຊ່ວຍເຫຼືອເພື່ອໃຫ້ຖັນແຖວນັກທຸລະກິດຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ ແລະ ກ້າວເດີນຢ່າງກວ້າງໄກກວ່າອີກ. ພ້ອມດຽວກັນນັ້ນ, ລັດຖະບານກໍພວມກໍ່ສ້າງໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ. ລັດຖະບານ ແລະ ອົງການຕ່າງໆທີ່ມີສິດອຳນາດ ຈະຍູ້ແຮງການປະຕິຮູບລະບອບລະບຽບການ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ລະດົມແຫຼ່ງກຳລັງ, ປະຕິບຮູບລະບຽບການບໍລິຫານ… ເພື່ອສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກສະບາຍ ແລະ ສະເໝີພາບ ເພື່ອໃຫ້ວິສາຫະກິດພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ເນື່ອງໃນໂອກາດນີ້, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍຮັບຮູ້ການຊ່ວຍເຫຼືອ, ການຮ່ວມເດີນທາງຂອງນັກທຸລະກິດ, ວິສາຫະກິດຕ່າງປະເທດທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຫວຽດນາມ ກໍຄືໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ລັດຖະບານ ຈະສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກທຸລະກິດ, ວິສາຫະກິດຕ່າງປະເທດມີຄວາມອຸ່ນອ່ຽນໃຈລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ