ນັກທຸລະກິດຫວຽດນາມບືນຕົວຂຶ້ນມາດຕະຖານໂລກ
ເວທີປາໄສນັກທຸລະກິດ ຫວຽດນາມ 2016 ດ້ວຍຫົວຂໍ້ວ່າ
“ວິສາຫະກິດ ຫວຽດນາມ ບືນຕົວຂຶ້ນເຖິງມາດຕະຖານໂລກ”
(vovworld) - ເພື່ອບືນຕົວຂຶ້ນມາດຖານໂລກ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ບັນດາວິສາຫະກິດແມ່ນຕ້ອງກຳນົດໄດ້ບັນດາຂົງເຂດດຳເນີນທຸລະກິດຕົ້ນຕໍ, ໝູນໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີປອດສານພິດ…ເພື່ອພັດທະນາ. ນີ້ແມ່ນຂໍ້ສັງເກດເຊິ່ງຜູ້ແທນຫລາຍທ່ານໄດ້ຍົກອອກມາຢູ່ເວທີປາໄສນັກທຸລະກິດ ຫວຽດນາມ 2016 ດ້ວຍຫົວຂໍ້ວ່າ “ວິສາຫະກິດ ຫວຽດນາມ ບືນຕົວຂຶ້ນເຖິງມາດຕະຖານໂລກ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 11/10 ຢູ່ ຮ່າໂນ້ຍ. ທ່ານ ຫວູຕ໋ຽນໂລກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານພວມພະຍາຍາມຍົກລະດັບການແກ່ງແຍ້ງກັບບັນດາພື້ນຖານເສດຖະກິດ ອາຊຽນ ແລະ ທົ່ວໂລກ, ດັ່ງນັ້ນ ປະຊາຄົມວິສາຫະກິດກໍ່ຕ້ອງຍົກລະດັບ, ບຸກທະລຸ ເພື່ອຮັບມືກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃໝ່. ທ່ານ ຫວູຕ໋ຽນໂລກ ໃຫ້ຮູ້ວ່າ:
“ພວກເຮົາພວມຢືນຢູ່ຕໍ່ໜ້າການທ້າທາຍໃຫຍ່ຫລວງທີ່ສຸດ ນັ້ນແມ່ນການຫັນເປັນໂລກາພິວັດ. ກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມ ຄັ້ງທີ 12 ໄດ້ວາງອອກແຜນນະໂຍບາຍປັບປຸງກົນໄກ, ລະບອບການຕະຫລາດຕາມມາດຕະຖານແຖວໜ້າໂລກ ແລະ ລັດຖະບານພວມຕັ້ງໜ້າສ້າງລັດຖະບານຊື່ສັດບໍລິສຸດ ແລະ ຕັດສິນໃຈດຳເນີນການປະຕິຮູບ. ນີ້ແມ່ນໂອກາດໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ພິເສດແມ່ນລຸ້ນໜຸ່ມ ຫວຽດນາມ ຈະບຸກທະລຸບືນຕົວຂຶ້ນ.”