ນັກທ່ອງທ່ຽວເຂົ້າຮ່ວມງານບຸນລິມ2016ເປັນຈຳນວນຫຼວງຫຼາຍ
(ງານບຸນລິມ 2016)
(vovworld) – ໃນວັນທີ 12 ແລະ 13 ເດືອນຈ່ຽງ (ໄລ່ຕາມຈັນທະປະຕິທິນ) ແຕ່ລະປີ, ບັນດາບ່າວສາວ, ນັກທ່ອງທ່ຽວໄດ້ກັບຄືນເມືອງຕຽນຢູ, ແຂວງບັ໋ກນິງ ເພື່ອເຂົ້າຮ່ວມງານບຸນລິມ. ວັນທີ 20/02 (ກົງກັບວັນທີ 13 ເດືອນຈ່ຽງແມ່ນງານບຸນຕົ້ນຕໍ່) ມີຜູ້ເຂົ້າຮ່ວມງານບຸນລິມນັບໝື່ນໆຄົນ. ປີນີ້, ງານບຸນລິມ ໄດ້ຈັດການເຄື່ອນໄຫວພິເສດຫຼາຍຢ່າງຄື: ຖະຫວາຍທູບຖຽນຢູ່ວັດ ຮົ່ງເອີນ ແລະ ບັນດາສາລາບ້ານ, ວັດອື່ນໆຢູ່ບັນດາບ້ານຂຶ້ນກັບຕາແສງ ໂນ້ຍເຢ້ວ, ເທດສະບານລິມ. ຄຽງຂ້າງນັ້ນ ຍັງມີການຂັບກວານຫໍ້ ຢູ່ຕໍ່ໜ້າປະຕູສາລາບານ, ວັດ, ຂັບກວາຫໍ້ເທິງເຮືອ. ທ່ານ ຫງວຽນວັນບັ່ງ, ນັກທ່ອງທ່ຽວມາຈາກຮ່າໂນ້ຍ ເຂົ້າຮ່ວມງານບຸນລິມ ໃຫ້ຮູ້ວ່າ.
“ງານບຸນລິມ ໄດ້ມີກ່ອນນີ້ນັບພັນປີແລ້ວ. ແຕ່ລະປີທຸກຄົນລ້ວນແຕ່ສະແດງຄວາມເບີກບ່ານມ່ວນຊື່ນເມື່ອກັບເມືອເຂົ້າຮ່ວມງານບຸນ, ກ່ອນອື່ນໝົດແມ່ນໄປວັດ, ຫຼັງຈາກນັ້ນແມ່ນຮັບຟັງຂັບກວານຫໍ້. ຂ້າພະເຈົ້າມັກຟັງຂັບກວານຫໍ້ແຕ່ຄາວຍັງນ້ອຍ. ປີນີ້ແມ່ນປີທີ 3 ທີ່ຂ້າພະເຈົ້າເຂົ້າຮ່ວມງານບຸນລິມ”.