ນັກ​ປະ​ພັນ, ​ຈິດ​ຕະ​ກອນ ​ຈີນ ແຕ້ມ​ພາບ “​ບົດ​ບັນ​ທຶກ​ໃນ​ຄຸກ”

(VOVWORLD) - ຈິດຕະກອນ ຈີຈຽນຟາງ ໄດ້ເລີ່ມແຕ້ມແຕ່ກາງປີ 2022 ແລະ ຕ້ອງເສຍເວລາເກືອບ 7 ເດືອນເພື່ອແຕ້ມສຳເລັດ.
ນັກ​ປະ​ພັນ, ​ຈິດ​ຕະ​ກອນ ​ຈີນ ແຕ້ມ​ພາບ “​ບົດ​ບັນ​ທຶກ​ໃນ​ຄຸກ” - ảnh 1

(ພາບ: VOV)

       ໂດຍໄດ້ເຄົາລົບນັບຖືບຸກຄະລິກກະພາບອັນສູງສົ່ງ ແລະ ບັນດາບົດກະວີຂອງປະທານ ໂຮ່ຈີມິນ, ນັກປະພັນວັນນະຄະດີ, ຈິດຕະກອນເລື່ອງພາບຂອງ ຈີນ ຈີຈຽນຟາງ ໄດ້ຈົດຈຳບັນດາບົດກະວີໃນ “ບົດບັນທຶກໃນຄຸກ” ຂອງເພິ່ນດ້ວຍພາບແຕ້ມ.

        ຈິດຕະກອນ ຈີຈຽນຟາງ ໄດ້ເລີ່ມແຕ້ມແຕ່ກາງປີ 2022 ແລະ ຕ້ອງເສຍເວລາເກືອບ 7 ເດືອນເພື່ອແຕ້ມສຳເລັດ. ເອື້ອຍໃຫ້ຮູ້ວ່າ: ຕົນເອງໄດ້ເຄົາລົບນັບຖືປະທານ ໂຮ່ຈີມິນ ທີ່ສຸດ, ເຖິງວ່າຕ້ອງຈຳຄຸກກໍ່ຕາມ ແຕ່ບົດກະວີຂອງເພິ່ນ ຍັງສະແດງໃຫ້ເຫັນເຈດຈຳນົງທີ່ກ້າແກ່ນ, ຄວາມຄາດຫວັງຕໍ່ຊີວິດ, ຄວາມເຊື່ອໝັ້ນ ແລະ ຄວາມປະເອີບໃຈຕໍ່ການປະຕິວັດ:

     ໃນບົດກະວີ, ປະທານ ໂຮ່ຈີມິນ ບໍ່ໄດ້ໃຊ້ບັນດາຄຳສັບທີ່ແປກ, ສຸພາບອ່ອນຫວານເກີນໄປ  ຫາກມີຄວາມລຽບງ່າຍ. ຢູ່ເບື້ອງຫຼັງຄວາມລຽບງ່າຍນັ້ນ ແມ່ນຄວາມປະເອີບໃຈ ແລະ ຄວາມຮັກອັນຍິ່ງໃຫ່ຍ. ນ້ຳໃຈປະຕິວັດດັ່ງກ່າວເຮັດໃຫ້ຂ້າພະເຈົ້າມີຄວາມເຄົາລົບນັບຖືທີ່ສຸດ. ຂ້າພະເຈົ້າມີຄວາມຮູ້ບຸນຄຸນ ຍ້ອນເພິ່ນໄດ້ສ້າງສັບສົບບັດດ້ານຈິດໃຈອັນລ້ຳຄ່າຄືແນວນັ້ນໃຫ້ແກ່ລຸ້ນຫຼັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ