( ນັກປະພັນ ເຈິ່ນມາຍແຮ້ງ ກ່າວຄຳເຫັນທີ່ພິທີ )
(vovworld) - ຕອນຄຳ່ວັນທີ 14/12, ຢູ່ນະຄອນຫຼວງບາງກອກ, ປະເທດໄທ ໄດ້ດຳເນີນພິທີມອບ ລາງວັນ ວັນນະຄະດີອາຊຽນປີ 2015 ໃຫ້ບັນດານັກປະພັນ, ນັກກະວີທີ່ດີເດັ່ນ ຂອງບັນດາພື້ນຖານວັນນະຄະດີໃນພາກພື້ນ. ນັກປະພັນ ເຈິ່ນມາຍແຮ້ງ ແມ່ນຜູ້ຕາງໜ້າຂອງວັນນະຄະດີຫວຽດນາມ ໄດ້ຮັບການເຊີດຊູ ແລະ ໄດ້ຮັບລາງວັນ ປີ 2015 ດ້ວຍບົດປະພັນ “ບົດບັນທຶກສົງຄາມ 1-2-3-4.75“. ບົດປະພັນນີ້ໜາເກືອບ 600 ໜ້າ, ເຊິ່ງປະກອບດ້ວຍບັນດາເອກະສານສະບັບຕົ້ນ, ໃນນັ້ນມີເອກະສານປິດລັບ ເຊິ່ງໄດ້ຮັບການປະກາດເປັນເທື່ອທຳອິດ, ອັນໄດ້ພັນລະນາເຖິງສະພາບຕົວຈິງໃນຊຸມວັນເດືອນສຸດທ້າຍຂອງອຳນາດການປົກຄອງ ໄຊງ່ອນ. ກ່າວຄວາມເຫັນທີ່ພິທີ, ນັກປະພັນ ເຈິ່ນມາຍແຮ້ງ ເນັ້ນໜັກວ່າ, ເລື່ອງ ບົດປະພັນ “ບົດບັນທຶກສົງຄາມ 1-2-3-4.75“ ໄດ້ຮັບການເຊີດຊູນັ້ນ ແມ່ນໄດ້ “ເຮັດໃຫ້ບັນດາອະນຸສອນກ່ຽວກັບສົງຄາມ ເຊິ່ງປະຊາຊົນຫວຽດນາມໄດ້ຜ່ານຜ່າການເສຍສະຫຼະອັນໃຫຍ່ຫຼວງ ດ້ວຍຄວາມພິລະອາດຫານເພື່ອມີສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບປະກົດຂື້ນ“.
ລາງວັນ ວັນນະຄະດີອາຊຽນ ໂດຍລາຊະວົງໄທກໍ່ຕັ້ງເມື່ອປີ 1979. ລາງວັນນີ້ຖືກມອບປະຈຳປີ ເພື່ອເຊີດຊູບັນດານັກປະພັນ, ນັກກະວີ ທີ່ມີບົດປະພັນວັນນະຄະດີທີ່ດີເດັ່ນ ຢູ່ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.