ນັກປະມູນກັບຄືນເຂດເສດຖະກິດ ວູ້ງອ໋າງ, ຮ່າຕິ້ງ ເຮັດວຽກ

ນັກປະມູນກັບຄືນເຂດເສດຖະກິດ ວູ້ງອ໋າງ, ຮ່າຕິ້ງ ເຮັດວຽກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 05/06, ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ແຂວງ​ຮ່າ​ຕິ້ງ ​ໃຫ້​ຮູ້​ວ່າ, ພາຍຫຼັງ​ເກີດການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ກຳມະກອນ​ຈີນ ​ແລະ ຫວຽດ​ນາມ ໃນ​ກາງ​ເດືອນ 5 ທີ່​ຜ່ານ​ມາ​ຢູ່​ສະຖານ​ທີ່​ກໍ່ສ້າງ​ໂຄງການ Formosa, ​ໄລ​່ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ​ 8 ນັກ​ປະມູນ​ຈີນ ກັບ​ຄືນ​ເຂດ​ເສດຖະກິດ​ວູ້ງອ໋າງ ​ເຮັດ​ວຽກ​ເປັນ​ປົກກະຕິ, ​ໃນ​ນັ້ນ​ມີ​ນັກ​ເຕັກນິກກວ່າ 100 ຄົນ. ນອກ​ນັ້ນ​ຍັງ​ມີ​ຄົນ​ງານ​ກວ່າ 16.000 ຄົນ ຂຶ້ນ​ກັບ 33 ນັກ​ປະມູນ​ຕົ້ນ​ຕໍ່ ກໍ່​​ໄດ້ກັບ​ຄືນ​ສະຖານ​ທີ່​ກໍ່ສ້າງເຮັດ​ວຽກ​ເປັນ​ປົກກະຕິ. ວຽກ​ງານ​ປົກ​ປັກ​ຮັກສາຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ເຂດ​ເສດຖະກິດ​ວູ້ງອ໋າງ ​ເວົ້າ​ລວມ ​ແລະ ​ໃນ​ເຂດ​ໂຄງການ Formosa ​ເວົ້າ​ສະ​ເພາະ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ຄົນ​ງານ ​ແລະ ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ອຸ່ນ​ອ່ຽນ​ໃຈ​ເຮັດ​ວຽກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ກຳມະການ​ປະຊາຊົນ​​ແຂວງ​ຮ່າ​ຕິ້ງ ສືບ​ຕໍ່​ສົມທົບ​ກັບ​ບໍລິສັດຈຳກັດ ຂາງ​ເຫຼັກ ຮື​ງຫງຽບ Formosa ຮ່າ​ຕິ້ງ ມານະ​ພະຍາຍາມ​ຮຽກຮ້ອງ​ບັນດາ​ນັກ​ປະມູນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ອື່ນໆ​ກັບ​ຄືນ​ເຮັດ​ວຽກ​.

        ກ່ຽວ​ຂ້ອງ​ເຖິງ​ວຽກ​ງານ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ຕອນ​ບ່າຍ​ວັນ​ທີ 06/06, ຢູ່​ແຂວງ​ບິ່ງ​ເຍືອງ, ຜູ້ຕາງໜ້າ​ບັນດາ​ບໍລິສັດ​ປະກັນ​ໄພ​ໄດ້​ມອບ​ຈຳນວນ​ເງິນ 20 ຕື້​ດົງ ​ເພື່ອຊົດ​ເຊີຍ​ຄັ້ງ​ທີ່ 1 ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່​ແຂວງ​ບິ່ງ​ເຍືອງ ທີ່ຖືກ​ເສຍ​ຫາຍ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ