ນັກປາຖະກະຖາ NickVujicicໂອ້ລົມກັບເດັກນ້ອຍນະຄອນໂຮ່ຈີມິນ

ນັກປາຖະກະຖາ NickVujicicໂອ້ລົມກັບເດັກນ້ອຍນະຄອນໂຮ່ຈີມິນ - ảnh 1
Nick Vujicic ໃນ​ການ​ໂອ້​ລົມ​ກັ​ບ​ເດັກ​ນ້ອຍ ນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 22/3

(vovworld) – ຕອນ​ບ່​າຍ​ວັນ​ທີ 22/3, ນັກ​ປາ​ຖະ​ກະ​ຖາ ບໍ່​ມີ​ແຂນ, ຂາ Nick Vujicic ໄດ້​ມາ ຫວຽດ​ນາມ ແລ​ະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ພວກ​ນ້ອງ​ດີ​ງາມ​ຄື​ດັ່ງ​ພວກ​ນ້ອ​ງ​ເອງ” ມີ​ເດັກ​ນ້ອຍ​ເກືອບ 500 ຄົນ​ທີ່​ປະ​ສົ​ບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ ເຂົ້າ​ຮ່ວມ.

        ​ໃນ​ການມາ ຫວຽດ​ນາມ ຄັ້ງ​ທີ 3 ນີ້, ນັກ​ປາ​ຖະ​ກະ​ຖາ Nick Vujicic ຈະ​ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ທີ່​ມີ​ຊື່​ວ່າ: “ມາ​ນະ​ຈິດ ຫວຽດ​ນາມ 2015 – Nick, ເພື່ອນ ແລະ ຂ້ອຍ” ດຳ​ເນີນ​ໄປ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ​ແຂວງເລີມ​ດົ່ງ ແລະ ເງະ​ອານ ແຕ່ວ​ັນ​ທີ 22 – 25/3. ບັນ​ດາ​ເດັກ​ນ້ອຍ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ເດັກ​ພິ​ການ, ​ເດັກກຳ​ພ້າ ທີ່​ພວມ​ໄດ້​ຮັບ​ການ​​ລ້ຽງ​ດູ​ໃນ​​ບັນ​ດາ​ຊາຍ​ຄາ​ແຫ່ງ​ຄວາມ​ອົບ​ອຸ່ນ​ທີ່​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ. ຜ່າ​ນ​ການ​ແບ່ງ​ປັນ​ບັນ​ດາ​ເລື່ອງ​ລາວ​ຂອງ​ຕົນ, ບັນ​ດາ​ແງ່​ມູມ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່ , Nick Vujicic ໄດ້​ປະ​ກອບ​ສ່ວນ​ປຸກ​ລຸກ​ແຫຼ່ງ​​ອາ​ລົມ​ທີ່​ແຂງ​ແຮ​ງ​ກ່ຽວ​ກັບ​ມາ​ນະ​ຈິດ​ໃຫ້​ບັນ​ດາ​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ຮັກ​ແພງ​ຊີ​ວິດ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ