ນັກ​ລົງທຶນ​ຕັ້ງ​ຄວາ​ມຫວັງ​ຕໍ່​ກົນ​ໄກ​ທີ່​ມີ​ຄວາມບຸກທະລຸ​ກວ່າ​ໃນ​ຮ່າງ​ກົດໝາຍ PPP

(VOVWORLD) -“ກົດໝາຍ PPP ມີຄວາມດູດດື່ມນັກລົງທຶນຕ່າງປະເທດຫຼືບໍ?”. 

        ນັກລົງທຶນຕັ້ງຄວາມຫວັງຈະມີກົນໄກທີ່ມີຄວາມບຸກທະລຸກວ່າອີກໃນຮ່າງກົດໝາຍວ່າດ້ວຍການລົງທຶນ ຕາມຮູບແບບ ຄູ່່ຮ່ວມມືພາກລັດ ແລະ ເອກະຊົນ ຫຼື ເອີ້ນວ່າ PPP ນີ້ແມ່ນສານໂດຍປະຊາຄົມວິສາຫະກິດ ໄດ້ຍົກອອກມາທີ່ການໂອ້ລົມສົນທະນາທາງອອນລາຍ ດ້ວຍຫົວຂໍ້: “ກົດໝາຍ PPP ມີຄວາມດູດດື່ມນັກລົງທຶນຕ່າງປະເທດຫຼືບໍ?”. ການໂອ້ລົມສົນທະນາດັ່ງກ່າວ ໂດຍຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ, ສະຖາບັນຄົ້ນຄວ້ານະໂຍບາຍ ແລະ ພັດທະນາການສື່ສານ ແລະ ອົງການພັດທະນາສາກົນ ອາເມລິກາ ສົມທົບກັນຈັດຕັ້ງໃນວັນທີ 13 ພຶດສະພາ.

        ນີ້ແມ່ນຮ່າງກົດໝາຍເຊິ່ງນັກລົງທຶນມີຄວາມສົນໃຈທີ່ສຸດ. ພິເສດ, ບັນດານັກລົງທຶນຕ່າງປະເທດໄດ້ຕັ້ງຄວາມຫວັງຢ່າງໃຫຍ່ຫຼວງຕໍ່ການເຂົ້າຮ່ວມລົງທຶນກໍ່ສ້າງພື້ນຖານໂຄງລ່າງຄື ຄົມມະນາຄົມ, ພະລັງງານ... ເຊິ່ງແມ່ນບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງບົ່ມຊ້ອນພັດທະນາ. ທ່ານ ຫວູຕ໊ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ເນັ້ນໜັກວ່າ:

        “ສາມຈຸດບຸກທະລຸໃນແນວທາງຂອງພັກ ແລະ ໃນນັ້ນ: ການບຸກທະລຸໃນການກໍ່ສ້າງພື້ນຖານໂຄງລ່າງແມ່ນຈຸດພົ້ນເດັ່ນອັນໜຶ່ງ. ສິ່ງນີ້ ຮຽກຮ້ອງໃຫ້ກໍ່ສ້າງກົດໝາຍ PPP ຕ້ອງບັນລຸໄດ້ຈຸດບຸກທະລຸນີ້ ເພື່ອສາມາດຊຸກຍູ້ການບຸກທະລຸໃນຂົງເຂດນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ