ນັກວິທະຍາສາດ ຫວຽດນາມ ຢູ່ ຍີ່ປຸ່ນ ລອດເຂົ້າຕາຕະລາງຈັດອັນດັບບັນດານັກວິທະຍາສາດແຖວໜ້າຂອງ Research.com

(VOVWORLD) - ທ່ານສາດສະດາຈານ ເຈິ່ນດັງຊວັນ, ໄດ້ຮັບການເຊີດຊູໃນຂົງເຂດກະສິກຳ ແລະ ວິທະຍາສາດພືດ.
ນັກວິທະຍາສາດ ຫວຽດນາມ ຢູ່ ຍີ່ປຸ່ນ ລອດເຂົ້າຕາຕະລາງຈັດອັນດັບບັນດານັກວິທະຍາສາດແຖວໜ້າຂອງ Research.com - ảnh 1ທ່ານສາດສະດາຈານ ເຈິ່ນດັງຊວັນ, ໄດ້ຮັບການເຊີດຊູໃນຂົງເຂດກະສິກຳ ແລະ ວິທະຍາສາດພືດ
(ພາບ: TTXVN)

        ເວັບໄຊ Research.com (ປະຕູຖານຂໍ້ມູນເອເລັກໂຕນິກສະຫງວນໃຫ້ບັນດານັກວິທະຍາສາດທົ່ວໂລກ) ຫາກໍ່ປະກາດອັບເດັດຕາຕະລາງບັນດານັກວິທະຍາສາດມີຜົນງານດີເດັ່ນໃນການຄົ້ນຄວ້າປີ 2023, ໃນນັ້ນ, ມີທ່ານສາດສະດາຈານ ເຈິ່ນດັງຊວັນ, ສັງກັດມະຫາວິທະຍາໄລ Hiroshima, ຊາວ ຫວຽດນາມ ຜູ້ດຽວຢູ່ ຍີ່ປຸ່ນ ມີຊື່ໃນບັນຊີລາຍຊື່ດັ່ງກ່າວ.

        ທ່ານສາດສະດາຈານ ເຈິ່ນດັງຊວັນ, ໄດ້ຮັບການເຊີດຊູໃນຂົງເຂດກະສິກຳ ແລະ ວິທະຍາສາດພືດ. ທ່ານໄດ້ປະກາດກວ່າ 200 ບົດ ໃນບັນດາວາລະສານວິທະຍາສາດສາກົນ ແລະ ແມ່ນນັກວິທະຍາສາດຊອກໄດ້ສານສະສົມລ້ຳຄ່າມີຢູ່ໃນເຂົ້າສານ ມີຄຸນປະໂຫຍດກົດດັນມະເຮັງ ແລະ ພະຍາດເບົາຫວານ.

ຕອບກັບ

ຂ່າວ/ບົດ​ອື່ນ