(vovworld) – ຕອນບ່າຍວັນທີ 15/4, ຄະນະຊາວໜຸ່ມ ນະຄອນ ໂຮ່ຈີມິນ ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ ພສ 2556 ແລະ ບຸນ Chol Chnam Thmay ໃຫ້ແກ່ນັກສຶກສາລາວ, ກຳປູເຈຍ 150 ກ່ວາຄົນທີ່ພວມຮຳ່ຮຽນຢູ່ນະຄອນ. ທີ່ງານບຸນ, ນັກສຶກສາ 2 ປະເທດ ລາວ - ກຳປູເຈຍ ພ້ອມກັບຊາວນະຄອນຫຼາຍຄົນ ໄດ້ເຂົ້າຮ່ວມພິທີທີ່ເປັນມູນເຊື້ອຄື: ຫົດສົງ, ອວຍພອນປີໃໝ່, ບາສີສູ່ຂວັນ, ຫົດນ້ຳ... ເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2013 ດ້ວຍຄວາມໂຊກດີ ແລະ ມີຄວາມຜາສຸກ. ອ້າຍ ຄຳຮູ່ງ ຈັນທະວົງ, ນັກສຶກສາລາວຜູ້ໜຶ່ງ ໄດ້ແບ່ງປັນວ່າ:
“ພວກນ້ອງພາກພູມໃຈ ແລະ ມີຄວາມສຸກຍ້ອນວ່າເຖິງວ່າຢູ່ໄກກັບຄອບຄົວ ແຕ່ພວກນ້ອງຍັງໄດ້ຫົດນ້ຳ... ຕາມປະເພນີທີ່ເປັນມູນເຊື້ອ. ພວກນ້ອງຖືນີ້ຄືຊາຍຄາຂອງຕົນ, ພວກນ້ອງຮູ້ສຶກຄືພວມຢູ່ໃກ້ກັບຄອບຄົວ. ພວກນ້ອງຂໍຂອບອົກຂອບໃຈການນຳ ຫວຽດນາມ ໄດ້ເອົາໃຈໃສ່ຊ່ວຍເຫຼືອ, ນອກຈາກສິດສອນໃຫ້ພວກນ້ອງແລ້ວ ຍັງຈັດຕັ້ງບຸນປີໃໝ່ປະເພນີກໍຄື ເຫດການທີ່ສຳຄັນຕ່າງໆ ໃຫ້ແກ່ພວກນ້ອງອີກ”
ໃນໄລຍະຜ່ານມາ, ຍາມໃດການນຳນະຄອນ ໂຮ່ຈີມິນ ກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮຳ່ຮຽນຢູ່ນະຄອນ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນ 3 ປະເທດ ຫວຽດນາມ, ລາວ ແລະ ລາຊະອານາຈັກ ກຳປູເຈຍ.