ນັກສຶກສາລາວ,ກຳປູເຈຍເຂົ້າຮ່ວມລາຍການ“ບຸນເຕັດປີມະເມຍ2014ຢ່າງເບີກບານມ່ວນຊື່ນ”
ພາບປະກອບ
(vovworld) – ຕອນຄໍ່າວັນທີ 16/1, ທີ່ນະຄອນ ໂຮ່ຈີ໋ມິນ, ນັກສຶກສາ ລາວ, ກຳປູເຈຍ ກວ່າ 120 ຄົນພ້ອມກັນເຂົ້າຮ່ວມລາຍການ “ບຸນເຕັດປີມະເມຍ 2014 ຢ່າງເບີກບານມ່ວນຊື່ນ” ໂດຍຄະນະຄຸ້ມຄອງຫໍພັກນັກສຶກສາ ລາວ ຈັດຕັ້ງ. ໃນບັນຍາກາດຊຶ່ງໄດ້ຮັບການປະດັບປະດາຢ່າງອົບອຸ່ນດ້ວຍສີເຫຼືອງສົດຂອງດອກເໝີຍ, ເຂົ້າຕົ້ມ, ບັນດານັກສຶກສາ ລາວ, ກຳປູເຈຍ ທີ່ພວມດຳລົງຊີວິດ, ຮໍ່າຮຽນຢູ່ນະຄອນ ໂຮ່ຈີ໋ມິນ ໄດ້ພ້ອມກັນຮ້ອງເພງບັນດາບົດເພງກ່ຽວກັບບຸນເຕັດຂອງ ຫວຽດນາມ, ຕັ້ງ ແລະ ຕອບຄຳທວາຍກ່ຽວກັບລະດູບານໃໝ່ ແລະ ຮັບຂອງຂວັນ. ໃນລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 28 ພູດໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ປະສົບກັບຄວາມຫຍູ້ງຍາກແຕ່ມີຜົນງານດີເດັ່ນໃນການຮໍ່າຮຽນ. ນີ້ແມ່ນການເຄື່ອນໄຫວປະຈຳປີ, ຊ່ວຍໃຫ້ນັກສຶກສາປະເທດບ້ານເຂົ້າໃຈຕື່ມອີກກ່ຽວກັບຮີດຄອງປະເພນີຂອງບຸນເຕັດກໍ່ຄືບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ.