ນັກສຶກສາຫວຽດນາມຢູ່ລັດເຊຍອວ່າຍຫນ້າເມືອຫາທະເລໝູ່ເກາະບ້ານເກີດເມືອງນອນ

ນັກສຶກສາຫວຽດນາມຢູ່ລັດເຊຍອວ່າຍຫນ້າເມືອຫາທະເລໝູ່ເກາະບ້ານເກີດເມືອງນອນ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ສະ​ພາບ​ການ​​ຢູ່ທະ​ເລ​ຕາ​ເວັນ​ອອກ
ພາບ:.vietnamplus.vn/

(vovworld)-​ ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ສະ​ພາບ​ການ​​ຢູ່ທະ​ເລ​ຕາ​ເວັນ​ອອກ: ສະ​ພາບ​ຕົວ​ຈິງ ແລະ ມາດ​ຕະ​ການ​ແກ້​ໄຂ”ໂດຍ​ສະ​ມາ​ຄົມນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ລັດ​ເຊຍ ຈັດ​ຕັ້ງ​ໃນ​ວັນ​ທີ 4/7 ຢູ່ ນະ​ຄອນ​ຫລວງ ມົດ​ສະ​ກູ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຮັບ​ຟັງ ແລະ ປຶກ​ສາ​ຫາ​ລື ບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ ມາ​ຈາກ​ສະ​ຖາ​ບັນ ຕາ​ເວັນ​ອອກ​ກາງ, ສະ​ພາ​ມະ​ຫາ​ບັນ​ດີດ​ວິ​ທະ​ຍາ​ສາດ​ລັດ​ເຊຍ, ບັນ​ດາ​ນັກ​ສຶກ​ສາ​ລັດ​ເຊຍ ແລະ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ ມົດ​ສະ​ກູ. ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ ໄດ້​ສຸມ​ໃສ່​ເຕື້ອງ​ເຖິງ​ສະ​ພາບ​ການ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນ​ຫາ​ນິ​ຕິ​ກຳ ແລະ ປະ​ຫວັດ​ສາດ, ເສດ​ຖະ​ກິດ ແລະ ການ​ທະ​ຫານ​ຂອງ​ການ​ປະ​ທະ​ກັນ; ໄຈ້​ແຍກ​ບັນ​ດາ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຂອງ​ຈີນ ແລະ ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອງ​ບັນ​ຫານີ້ທີ່​ມີ​ຕໍ່​ບັນ​ດາການ​ພົວ​ພັນ​ສາ​ກົນ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ລັດ​ເຊຍ -ຫວຽດ​ນາມ.

ຂ່າວ/ບົດ​ອື່ນ