ນັກສຶກສາຫວຽດນາມຮ່ຳຮຽນຢູ່ອົດສະຕາລີມີຄວາມກະຕືລືລົ້ນກັບບັນດາໂຄງການເລີ່ມຕົ້ນທຸລະກິດ

(VOVWORLD) -ແນວຄວາມຄິດຜະລິດກະເປົາແຟຊັນທີ່ເຮັດຈາກວັດຖຸດິບທຳມະຊາດຂອງນາງສາວຊາວ ຫວຽດນາມ 3 ຄົນນັ້ນແມ່ນ: ດັ້ງຮົ່ງຍຸງ, ຈິ້ງແທງຮ່ວຽນ ແລະ ເຈືອງຢາວີ ໄດ້ຮັບໄຊຊະນະ.
ນັກສຶກສາຫວຽດນາມຮ່ຳຮຽນຢູ່ອົດສະຕາລີມີຄວາມກະຕືລືລົ້ນກັບບັນດາໂຄງການເລີ່ມຕົ້ນທຸລະກິດ - ảnh 1(ດັ້ງຮົ່ງຍຸງ, ຈິ້ງແທງຮ່ວຽນ ແລະ ເຈືອງຢາວີ ໄດ້ຮັບໄຊຊະນະ)

ວັນທີ 21 ກັນຍາ, ສະມາຄົມໃຫຍ່ນັກສຶກສາຫວຽດນາມ ຢູ່ລັດ New South Wales, ປະເທດອົດສະຕາລີ ໄດ້ສົມທົບກັບກອງທຶນເລີ່ມຕົ້ນທຸລະກິດວິທະຍາສາດເຕັກໂນໂລຊີ (Startup Vietnam Foundation) ຈັດຕັ້ງການແຂ່ງຂັນຮອບຊິງຊະນະເລີດກ່ຽວກັບແນວຄວາມຄິດເລີ່ມຕົ້ຮທຸລະກິດຢູ່ Sydney.

        ແນວຄວາມຄິດຜະລິດກະເປົາແຟຊັນທີ່ເຮັດຈາກວັດຖຸດິບທຳມະຊາດຂອງນາງສາວຊາວ ຫວຽດນາມ 3 ຄົນນັ້ນແມ່ນ: ດັ້ງຮົ່ງຍຸງ, ຈິ້ງແທງຮ່ວຽນ ແລະ ເຈືອງຢາວີ ໄດ້ຮັບໄຊຊະນະ. ອ້າຍ ຟ້າມຢຸຍຮ໊ຽວ, ຮອງປະທານກອງທຶນເລີ່ມຕົ້ນທຸລະກິດຫວຽດນາມ, ຜູ້ອຳນວຍການທະຫານຄານ ABBank ຕີລາຄາວ່າ.

        “ຂ້າພະເຈົ້າຢາກໄດ້ເຫັນບັນດາເພື່ອນທີ່ເປັນຕົວຂອງຕົນເອງ.  ເລື່ອງມີແນວຄວາມຄິດ ແລະ ເຂົ້າຮ່ວມການແຂ່ງຂັນເລີ່ມຕົ້ນທຸລະກິດຄືແນວນີ້ ແມ່ນສິ່ງດີທີ່ສຸດ, ແມ່ນບາດກ້າວເລີ່ມຕົ້ນ, ສະນັ້ນ ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຄວນຖືການແຂ່ງຂັນນັ້ນແມ່ນກາລະໂອກາດເພື່ອເຊື່ອມຕໍ່, ເຕີບໃຫຍ່ ແລະ ຈາກການແຂ່ງຂັນນີ້ Startup ຂອງຊາວຫວຽດນາມ ຈະເກີດຂຶ້ນຫຼາຍ ແລະ ບັນລຸຜົນສຳເລັດ, ພິເສດແມ່ນບັນດາເພື່ອນຫວຽດນາມ ຢູ່ Sydney”.

ຕອບກັບ

ຂ່າວ/ບົດ​ອື່ນ