ນັກສິລະປະການໝູ່ບ້ານແກະຄວັດສະຫຼັກຫີນ ນອນເນືອກ ສ້າງຜະລິດຕະພັນທີ່ເປັນຕົວແທນໃຫ້ ຫວຽດນາມ ໃນສວນຮູບປັ້ນAPEC

(VOVWORLD) - ບັນດາອົງການກ່ຽວຂ້ອງຂອງ ນະຄອນ ດ່ານັ້ງ ພວມເຮັດສຳເລັດການຕັ້ງຮູບປັ້ນຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ແຜ່ນຊື່ຮູບປັ້ນຢູ່ “ສວນຮູບປັ້ນ APEC 2017”.


 ຮູບປັ້ນຂອງປະເທດເຈົ້າພາບ ຫວຽດນາມ ມີຊື່ວ່າ: “ເຂີນງວຽນ” ຂອງ ເລລ້າງເລືອງ (ມະຫາວິທະຍາໄລ ວິຈິດສິນ ຮ່າໂນ້ຍ) ໄດ້ຮັບການເລືອກເປັນຕົວແທນຂອງ ຫວຽດນາມ ຢູ່ສວນຮູບປັ້ນ APEC 2017. ຮູບປັ້ນດັ່ງກ່າວໄດ້ເຮັດມາຈາກແນວຄວາມຄິດຂອງການເຕົ້າໂຮມຂອງໄມ້ທອນໃຫຍ່ຫຼາຍຕອນເຂົ້າກັນສະແດງໃຫ້ເຫັນຄວາມສະໜິດຕິດພັນ, ນ້ຳໃຈສາມັກຄີ, ສ້າງເປັນກຳລັງແຮງສັງລວມຄືດັ່ງສານຂອງ APEC 2017. ນັກສິລະປະການ ຫງວຽນລອງບື໋ວ, ຢູ່ໝູ່ບ້ານຫີນສິປະລະ ນອນເນືອກ ໄດ້ຮັບເລືອກເຟັ້ນເປັນຜູ້ແກະຄວັດສະຫຼັກຮູບດັ່ງກ່າວ. ຮູບປັ້ນ “ເຂີຍງວຽນ” ຖືກໄດ້ເຮັດຈາກຫີນ granite, ສູງ 3 ແມັດ, ມີນ້ຳໜັກກ່ວາ 20 ໂຕນ.


ຕອບກັບ

ຂ່າວ/ບົດ​ອື່ນ