ນັກຮຽນຫວຽດນາມ ຍາດໄດ້ລາງວັນທີ່ງານວາງສະແດງ
ການປະດິດສ້າງໃນປີ 2013
ພາບ:internet
|
(vovworld)-ຄະນະນັກຮຽນຫວຽດນາມ ທີ່ເຂົ້າຮ່ວມງານວາງສະແດງການປະດິດສ້າງສາກົນທີ່ສະຫງວນໃຫ້ແກ່ ຊາວຫນຸ່ມ- ເຍົາວະຊົນ ປີ 2014 ຊື່ງຈັດຂຶ້ນຢູ່ ໄຕ້ຫວັນ ແຕ່ວັນທີ 21-22/1 ຍາດໄດ້ລາງວັນພິເສດ 1 ລາງວັນ, ຫລຽນຄຳ 1 ຫລຽນ, ຫລຽນເງິນ 3 ຫລຽນ, ຫລຽນທອງ 1 ຫລຽນ. ນອກນັ້ນ ຄະນະນັກຮຽນຫວຽດນາມ ຍັງຍາດໄດ້ລາງວັນພິເສດ 1 ລາງວັນ ໂດຍສະມາຄົມປະດິດສ້າງ ຮົ່ງກົງ ມອບໃຫ້. ງານວາງສະແດງການປະດິດສ້າງຄັ້ງນີ້ ມີນັກຮຽນ, ນັກສຶກສາ ກວ່າ 1000 ຄົນ ທີ່ມາຈາກ 100 ປະເທດ ແລະ ເຂດແຄ້ວນ. ດ້ວຍຜົນງານດັ່ງກ່າວ, ຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ 10 ປະເທດນຳຫນ້າມີຜົນງານການປະດິດສ້າງໄດ້ຮັບລາງວັນພິເສດ.