ນັກຮຽນຮູ້ອາເມລິກາຕີລາຄາສູງບົດຂຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງນາຍົກລັດຖະມົນຕີຫວຽດນາມ
ດຣ Anders Corr
(ພາບ:
Lê Dương/Vietnam+)
(vovworld) – ບົດຂຽນດ້ວຍຫົວຂໍ້ “ບັນດາການນຳໂລກຕ້ອງມີການກະທຳໃນທັນທີເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ” ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ພ້ອມກັບປະທານທະນາຄານໂລກ (WB) Jim Yong Kim ແລະ ທ່ານປະທານາທິບໍດີ ຟິລິບປິນ Benigno Aquino 3 ເປັນຜູ້ຂຽນຮ່ວມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຂອງ ດຣ Anders Corr, ຜູ້ກໍ່ຕັ້ງ Corr Analytics, ເຊິ່ງແມ່ນບໍລິສັດສະໜອງການວິເຄາະຄວາມສ່ຽງດ້ານການເມືອງຍຸດທະສາດສາກົນ ທີ່ມີສຳນັກງານຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ.
ຕາມ ດຣ Anders ແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ຜູ້ຂຽນຮ່ວມ 2 ຄົນມີບົດຂຽນທີ່ໜ້າປະເທັບໃຈ ແລະ ສຳຄັນ, ມີລັກສະນະນຳພາຫາງສຽງໂລກ ໃນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ. ບົດຂຽນອາດສາມາດຊ່ວຍບັນດາປະເທດອື່ນໆຍັບມໍ່ກັບຂໍ້ຕົກລົງກ່ຽວກັບບັນດາມາດຕະການຈຳເປັນເພື່ອປະເຊີນໜ້າກັບບັນຫາປ່ຽນແປງຂອງ ດິນຟ້າອາກາດພວມເປັນບັນຫາຮີບດ່ວນໃນປະຈຸບັນ. ຕາມທ່ານ ດຣ Anders, ບັນດາຜູ້ຂຽນໄດ້ເຕື້ອງເຖິງທຸກໆມາດຕະການໃຫຍ່, ໃນນັ້ນມີຂໍ້ລິເລີ່ມສິນເຊື່ອ carbon.