ນິວຊີແລນ ຕີລາຄາສູງກຳລັງຄວາມສາມາດນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ 2020

(VOVWORLD) - ບຸລິມະສິດຂອງ ຫວຽດນາມ ໃນການຊຸກຍູ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນສອດຄ່ອງກັບສະພາບຕົວຈິງ ເມື່ອໂລກລະບາດໂຄວິດ-19 ໄດ້ກໍ່ໃຫ້ເກີດສິ່ງທ້າທາຍຫລາຍຢ່າງ.
ນິວຊີແລນ ຕີລາຄາສູງກຳລັງຄວາມສາມາດນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ 2020 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຂັ້ນສູງອາຊີຕາເວັນອອກ ຄັ້ງທີ 10. (ພາບ: TTXVN)

  ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ (ອິນໂດເນເຊຍ) ຫວ່າງແລ້ວນີ້, ທ່ານນາງ Alison Mann, ຫົວໜ້າກົມໃຫຍ່ເຊື່ອມໂຍງພາກພື້ນ ອາຊີ - ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ໃຫ້ຮູ້ວ່າ: Wellington ຕີລາຄາສູງທີ່ສຸດຕໍ່ກຳລັງຄວາມສາມາດນຳພາຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020. ທ່ານນາງຖືວ່າ: ບຸລິມະສິດຂອງ ຫວຽດນາມ ໃນການຊຸກຍູ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນສອດຄ່ອງກັບສະພາບຕົວຈິງ ເມື່ອໂລກລະບາດໂຄວິດ-19 ໄດ້ກໍ່ໃຫ້ເກີດສິ່ງທ້າທາຍຫລາຍຢ່າງ. ທ່ານນາງ Alison Mann ກໍ່ໃຫ້ຮູ້ວ່າ: ນິວຊີແລນ - ແມ່ນໜຶ່ງໃນບັນດາຄູ່ຮ່ວມເຈລະຈາໄວກ່ວາໝູ່ຂອງ ອາຊຽນ - ດ້ວຍຄວາມປາດຖະໜາຢາກໃຫ້ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບອາຊຽນ ແນໃສ່ຊຸກຍູ້, ຟື້ນຟູຫລັງໂລກລະບາດ ແລະ ສະໜັບສະໜູນສັນຕິພາບ, ວັດທະນາຖາວອນ ແລະ ສະຖຽນລະພາບຍາວນານໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ