ນີວຊີແລນຢາກຍູ້ແຮງການຮ່ວມມືກັບຫວຽດນາມໃນຫຼາຍຂົງເຂດ
ທ່ານ ດິງລາທັງ ຕ້ອນຮັບທ່ານ Steven Joyce
(ພາບ: ຈູງຮ໋ຽວ)
(vovworld) - ວັນທີ 6/6, ທີ່ການຕ້ອນຮັບທ່ານ Steven Joyce ລັດຖະມົນຕີກະຊວງສຶກສາມະຫາວິທະຍາໄລ, ທັກສະ ແລະ ວຽກເຮັດງານທຳ, ພັດທະນາເສດຖະກິດ, ວັດທະນະທຳ ແລະ ປະດິດສ້າງ ນິວຊີແລນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມນັ້ນ, ທ່ານ ດິງລາທັງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຖືວ່າ, ໃນສະພາບການທີ່ສອງປະເທດລ້ວນແຕ່ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP) ນັ້ນ, ເລື່ອງຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍບໍ່ພຽງແຕ່ສ້າງເງື່ອນໄຂພົວພັນແລກປ່ຽນ, ຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາເທົ່ານັ້ນ, ຫາກຍັງຮັດແໜ້ນສາຍພົວພັນລະຫວ່າງສອງປະເທດກວ່າອີກ. ນະຄອນ ໂຮ່ຈີມິນພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມື, ລົງທຶນຍາວນານລະຫວ່າງສອງປະເທດເວົ້າລວມ ແລະ ສອງນະຄອນເວົ້າສະເພາະ.
ສ່ວນ ທ່ານ Steven Joyce ກໍ່ຖືວ່າ, ໄລຍະຈະມາເຖິງ, ສອງຝ່າຍຄວນຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຄື: ການສຶກສາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ວິທະຍາສາດເຕັກໂນໂລຢີ, ການຄ້າ, ການທ່ອງທ່ຽວ, ກະສິກຳ, ຄວາມປອດໄພ ແລະ ສຸຂະອະນາໄມຂອງອາຫານ… ຕາມນັ້ນແລ້ວ, ນິວຊີແລນ ຈະຍູ້ແຮງການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດຂອງສອງປະເທດໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຊິ່ງແມ່ນທ່າແຮງຂອງ ນິວຊີແລນ. ໄລຍະຈະມາເຖິງ, ຝ່າຍ ນິວຊີແລນຈະສ້າງຫຼາຍກາລະໂອກາດກວ່າອີກ ເພື່ອໃຫ້ພະນັກງານ ແລະ ນັກສຶກສານະຄອນ ໂຮ່ຈີມິນເຂົ້າຮ່ວມຊຸດກໍ່ສ້າງຢູ່ນິວຊີແລນ.