ນອກແວຮຽກຕົວເອກອັກຄະລັດຖະທູດ ອາຣັບບີ ຊາອູດິ ກ່ຽວຂ້ອງເຖິງການເສຍຊີວິດຂອງນັກຂ່າວ J.Khashoggi

(VOVWORLD) -ກະຊວງການຕ່າງປະເທດນອກແວ ແຈ້ງໃຫ້ຊາບວ່າ ໃນວັນທີ 1 ພະຈິກ, ປະເທດນີ້ໄດ້ຮຽກຕົວເອກອັກຄະລັດຖະທູດ ອາຣັບບີ ຊາອູດິ ເພື່ອເຮັດແຈ້ງຂ່າວຄາວທີ່ກ່ຽວຂ້ອງເຖິງການເສຍຊີວິດຂອງນັກຂ່າວ Jamal Khashoggi.
ນອກແວຮຽກຕົວເອກອັກຄະລັດຖະທູດ ອາຣັບບີ ຊາອູດິ ກ່ຽວຂ້ອງເຖິງການເສຍຊີວິດຂອງນັກຂ່າວ J.Khashoggi - ảnh 1ພາບນັກຂ່າວ Jamal Khashoggi  (ພາບ: Aljazeera/ TTXVN)

ໃນຖະແຫຼງການທີ່ໄດ້ຍົກອອກມາເມື່ອວັນທີ 02 ພະຈິກ, ທ່ານ Ine Eriksen Soereide ລັດຖະມົນຕີກະຊວງການຕ່າງປະເທດ ນອກແວ ໃຫ້ຮູ້ວ່າ ປະເທດນີ້ໄດ້ເຕື້ອງເຖິງ ແລະ ແບ່ງປັນທັດສະນະຂອງ Oslo ກ່ຽວກັບການເສຍຊີວິດຂອງນັກວິຈານການເມືອງຄົນດັ່ງກ່າວເປັນຫຼາຍເທື່ອແລ້ວ. ການນໍາກະຊວງການຕ່າງປະເທດ ນອກແວກໍໃຫ້ຮູ້ຕື່ມອີກວ່າ ການເຮັດວຽກໃນວັນທີ 01 ພະຈິກ ຜ່ານມາ, ນອກແວ ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ປະເທດນີ້ມີຄວາມສົນໃຈເປັນພິເສດເຖິງເຫດການດັ່ງກ່າວ.

ນັກຂ່າວ, ນັກວິຈານການເມືອງ Khashoggi ຖືກຫາຍສາບສູນນັບແຕ່ວັນທີ 02 ຕຸລາ ພາຍຫຼັງເຂົ້າໄປສະຖານກົງສູນ ອາຣັບບີ ຊາອູດິ ປະຈໍາ Istanbul ເພື່ອເຮັດລະບຽບການສົມລົດກັບຍິງຄົນໜຶ່ງ ທີ່ເປັນຊາວຕວກກີ. ວັນທີ 20 ຕຸລາ, ອາຣັບບີ ຊາອູດິ ໄດ້ຍອມຮັບວ່າ ນັກຂ່າວ Khashoggi ໄດ້ເສຍຊີວິດ ພາຍຫຼັງການຖົກຖຽງຕີກັນຢູ່ໃນສະຖານກົງສູນຂອງປະເທດນີ້ຢູ່ນະຄອນ Istanbul ປະເທດ ຕວກກີ, ແຕ່ຍັງບໍ່ໃຫ້ຮູ້ວ່າຊາກສົບຂອງນັກຂ່າວຄົນດັ່ງກ່າວນັ້ນ ເອົາໄປເຊື່ອງໄວ້ຢູ່ໃສ.


ຕອບກັບ

ຂ່າວ/ບົດ​ອື່ນ