ນະຄອນ Ho Chi Minh ຈັດການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

ນະຄອນ Ho Chi Minh ຈັດການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. - ảnh 1
ການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານ

(vovworld) -  ວັນ​ທີ 24/4, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ Ho Chi Minh ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບບັນດາ​ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປີ 2012 ​ເພື່ອ​ແບ່ງປັນ​ບົດຮຽນ​ການ​ເຄື່ອນ​ໄຫວ ​ແລະ ໝາກຜົນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ເຂົ້າຮ່ວມ​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ. ​ໄລ່​ມາຮອດ​ປະຈຸ​ບັນ, ຢູ່ ນະຄອນ Ho Chi Minh ມີ 151 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ມີ​ຫນັງສື​ອະນຸຍາດ​ເຄື່ອນ​ໄຫວ. ສະ​ເພາະ​ໄຕ​ມາ 1 ນະຄອນ​ໄດ້​ເຊັນ​ອະນຸມັດ 5 ​ໂຄງການ ​ແລະ ອະນຸຍາດ​ໃຫ້​ຮັບ​ເອົາການຊ່ວຍ​ເຫລືອ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ 26 ງວດ​ຊຶ່ງລວ​ມມີ: ອຸປະກອນ​ການ​ແພດ, ການ​ສຶກສາ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ. ທ່ານ Le Hung Quoc ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ Ho Chi Minh ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຊອກ​ໄດ້​ສຽງ​ເວົ້າ​ລວມ​ເພື່ອ​ຂົນຂວາຍ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຊ່ວຍ​ເຫລືອ​ຈຳນວນ​ເງິນ​ຫລາຍ​ພໍ​ສົມຄວນ. ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ວ່າ: ສຳລັບ​ພໍ່​ແມ່​ປະຊາຊົນ​ທີ່​ທຸກ​ຍາກ, ​ເດັກນ້ອຍ​ບໍ່​ມີ​ເງື່ອນ​ໄຂ​ໄປ​ໂຮງຮຽນ ຫລື ຄອບຄົວ​ທຸກ​ຍາກ​ບໍ່​ມີ​ເຮືອນ​ຢູ່, ການ​ຊ່ວຍ​ເຫລືອ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາມາດຊ່ວຍ​ເຂົາ​ເຈົ້າໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງ​​. ຂ້າພະ​ເຈົ້າ​ຖື​ວ່າ: ວຽກ​ງານ​ສັງຄົມ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງໃຫຍ່​ຫລວງ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ.”

ຕອບກັບ

ຂ່າວ/ບົດ​ອື່ນ