ນະຄອນ ດາຫນັງ ລະນຶກ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ຫວຽດນາມ ລາວ
ພາບປະກອບ: internet
|
(vovworld) - ຕອນເຊົ້າວັນທີ 18/7 ຢູ່ ນະຄອນ ດາຫນັງ ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕິງ ລະນຶກ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 50 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ລາວ. ພາຍຫລັງ 35 ປີ ນັບແຕ່ເມື່ອສົນທິສັນຍາມມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດາຫນັງ ໄດ້ເພີ່ມພູນຄູນສ້າງ ແລະ ພັດທະນາການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງລາວ ຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ ນະຄອນ ດາຫນັງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນທຸກຂົງເຂດ 24 ສະບັບ ກັບບັນດາທ້ອງຖິ່ນຂອງລາວຄື: ສະຫວັນນະເຂດ, ຈຳປາສັກ, ສາລາວັນ, ເຊກອງ … ພ້ອມກັນນັ້ນ ນະຄອນ ດາຫນັງ ຍັງຫນູນຊ່ວຍໃຫ້ແກ່ນັກສຶກສາລາວນັບຮ້ອຍຄົນ ທີ່ພວມຮຳ່ຮຽນ ຢູ່ ບັນດາມະຫາວິທະຍາໄລ ຢູ່ ດາຫນັງ. ທ່ານ Nguyen Ba Thanh ເລຂາຄະນະພັກ ນະຄອນ ດາຫນັງ ໄດ້ຢືນຢັນວ່າ:
“ໃນສະພາບການປະຈຸບັນ, ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ຕ້ອງຖືເປັນບັນຫາຕົ້ນຕໍ. ອົງຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ ດາຫນັງ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພັດທະນາການພົວພັນຮ່ວມມືຢ່າງເລິກເຊິ່ງ ແລະ ກວ້າງຂວາງກັບລາວ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ.”