(vovworld) - ຕອນບ່າຍວັນທີ 14/4, ທ່ານ ຫງວຽນວັນດົວ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດ ບຣາຊິນ ໂດຍທ່ານ Ricardo Alemao, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ບຣາຊິນ ນຳໜ້າທີ່ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານ ຫງວຽນວັນດົວ ເຊື່ອໝັ້ນວ່າ: ການຢ້ຽມຢາມຂອງຄະນະຈະປະກອບສ່ວນເພີ່ມທະວີ ແລະ ເປີດກ້ວາງການພົວພັນອັນດີງາມລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ບຣາຊິນ, ກໍ່ຄືນະຄອນ ໂຮ່ຈີມິນ ແລະ ປະເທດ ບຣາຊິນ. ທ່ານ ຫງວຽນວັນດົວ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນພ້ອມແລ້ວທີ່ຈະຕ້ອນຮັບນັກລົງທຶນ ບຣາຊິນ ມານະຄອນ ໂຮ່ຈີມິນ ເພື່ອຊອກຫາກາລະໂອກາດຮ່ວມມື, ລົງທຶນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.