ນະຄອນ ໂຮ່ຈີມິນ ສ້າງສາຍສຳພັນຢ່າງແໜ້ນແຟ້ນກັບບັນດາສະຖານກົງສູນ, ອົງການຈັດຕັ້ງສາກົນ ເພື່ອພ້ອມກັນມຸ່ງໄປເຖິງການພັດທະນາ
(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022, ຕອນຄ່ຳວັນທີ 26 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ໄດ້ຈັດຕັ້ງການພົບປະກັບຫົວໜ້າສະຖານກົງສູນ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ຫ້ອງການເສດຖະກິດ - ວັດທະນະທຳ, ສະຫະສະມາຄົມວິສາຫະກິດບັນດາປະເທດ, ເຂດແຄວ້ນປະຈຳ ນະຄອນ ໂຮ່ຈີມິນ.
ການພົບປະກັບຫົວໜ້າສະຖານກົງສູນ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ຫ້ອງການເສດຖະກິດ - ວັດທະນະທຳ, ສະຫະສະມາຄົມວິສາຫະກິດບັນດາປະເທດ, ເຂດແຄວ້ນປະຈຳ ນະຄອນ ໂຮ່ຈີມິນ (ພາບ: TTXVN) |
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຟານວັນໝາຍ ປາດຖະໜາວ່າ ຫົວໜ້າສະຖານກົງສູນຈະສືບຕໍ່ເຊື່ອໝັ້ນຕໍ່ນະໂຍບາຍຂອງ ຫວຽດນາມ ແລະ ນະຄອນ; ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ; ຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງນະຄອນ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ. ນະຄອນ ໂຮ່ຈີມິນ ຈະສືບຕໍ່ສົມທົບ, ໜູນຊ່ວຍ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາສະຖານກົງສູນ, ອົງການຈັດຕັ້ງສາກົນໃນການປະຕິບັດບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສາທາລະນະສຸກ, ການສຶກສາ, ເພື່ອໃຫ້ມີຄວາມເຂົ້າໃຈເຊິ່ງກັນແລະກັນ, ສ້າງສາຍພົວພັນໃຫ້ໜຽວແໜ້ນກວ່າເພື່ອພ້ອມກັນມຸ່ງໄປເຖິງການພັດທະນາ.
ທ່ານ Martin Maier, ຫົວໜ້າສະຖານກົງສູນ ລາຊະອານາຈັກ ສະວິດ ປະຈຳ ນະຄອນ ໂຮ່ຈີມິນ, ຫົວໜ້າຄະນະສະຖານກົງສູນປະຈຳນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ ສະຖານກົງສູນແຫ່ງຕ່າງໆໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືກັບນະຄອນ ໂຮ່ຈີມິນ, ປະຕິບັດບົດບາດເຊື່ອມຕໍ່ລະຫວ່າງນະຄອນກັບປະຊາຄົມຊາວຕ່າງປະເທດຢູ່ນະຄອນ ກໍຄືບັນດານັກທຸລະກິດ, ນັກທ່ອງທ່ຽວເພື່ອສາຍພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.