ນະຄອນຫລວງໂຮ່ຈີມິນຍາມໃດກໍ່ສະໜັບສະໜູນ,ຮຽງບ່າຮຽງໄຫລ່ພ້ອມກັບປະຊາຊົນບັນດາທ້ອງຖິ່ນຂອງລາວ

ນະຄອນຫລວງໂຮ່ຈີມິນຍາມໃດກໍ່ສະໜັບສະໜູນ,ຮຽງບ່າຮຽງໄຫລ່ພ້ອມກັບປະຊາຊົນບັນດາທ້ອງຖິ່ນຂອງລາວ - ảnh 1
ທ່ານ ດິງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ພົບ​ປະ​ເຈລະຈາ​ກັບ​
ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ
(ພາບ: infornet)

(vovworld) - ຕອນ​ຄ່ຳ​ວັນ​ທີ 16/05 ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ ດິງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ທີ່​ພວມ​​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນະ​ທີ່​ນີ້ ທ່ານ ດິງລາ​ທັງ ​ເນັ້ນ​ໜັກ​ວ່າ: ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄອງ, ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ, ປະຊາຊົນ ຫວຽດນາມ ​ເວົ້າ​ລວມ ຍາມ​ໃດ​ກໍ່​ສະໜັບສະໜູນ, ຮຽງ​ບ່າ​ຮຽງ​ໄຫລ່​ກັບ​ປະຊາຊົນ ລາວ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ເພື່ອບັນລຸ​ໄດ້​ບັນດາ​ໝາກຜົ​ນອັນ​ດີງາມ​ໃນ​ທຸກ​ຂົງ​ເຂດ; ​ໃນ​ນັ້ນ ຈະ​ປະກອບ​ກຳລັງ​ພ້ອມ​ກັບ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ລາວ ປະຕິບັດ​ດີ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2016 ​ໃຫ້​ສຳ​ເລັດ​ຢ່າງ​ຈົບງາມ. ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​​ຄັ້ງ​ທຳ​ອິດ ​​​ໃນຖານະ​ເປັນນາຍົກລັດຖະມົນຕີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ