ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ສ້າງຄວາມດູດດື່ມ ນັກທ່ອງທ່ຽວໜຸ່ມຂອງລາຊະອານາຈັກອັງກິດ
(ນະຄອນໂຮ່ຈິມິນ)
(vovworld) - ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຂອງຫວຽດນາມ ແມ່ນໜຶ່ງໃນບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ທີ່ສ້າງຄວາມດຶງດູດໃຫ້ແກ່ໄວໜຸ່ມອັງກິດ ແລະ ກາຍເປັນບັນດາສະຖານທີ່ດູດດື່ມສຳລັບເຂົາເຈົ້າ. ເຄືອຂ່າຍອີນເຕີແນດ Hotels.com ຂອງອັງກິດ ຫາກໍ່ດຳເນີນການສຳຫຼວດ ແລະ ຊີ້ໃຫ້ເຫັນວ່າ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ທີ່ສ້າງຄວາມດູດດື່ມນັກທ່ອງທ່ຽວໜຸ່ມຂອງລາຊະອານາຈັກອັງກິດ ລວມມີ: ພະນົມເປນ ແລະ ຊຽມຣຽບ ຂອງກຳປູເຈຍ, ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຂອງຫວຽດນາມ, ບາງກອກ, ຊຽງໃໝ່ ແລະ ພັດທະຍາ ຂອງໄທ..., ກ່ອນອື່ນໝົດແມ່ນຍ້ອນລາຄາການບໍລິການ ແລະ ຄ່າເຊົ່າຫ້ອງນອນຖືກ. ຄິດສະເລ່ຍລາຄາຫ້ອງນອນໃນໂຮງແຮມຢູ່ພະນົມເປນແມ່ນ 35 ປອນ/ວັນ, ຢູ່ຮ່າໂນ້ຍ 41 ປອນ/ວັນ, ນະຄອນໂຮ່ຈິມິນ 60 ປອນ/ວັນ.