ນະຄອນໂຮ່ຈີມິນ ກະກຽມນຳສູນກໍ່ສ້າງຕົວເມືອງອັດສະລິຍະ 4 ແຫ່ງເຂົ້າເຄື່ອນໄຫວ

(VOVWORLD) - ລະອຽດຄື, ນັບແຕ່ເດືອນ ມັງກອນ 2019, ສາງຖານຂໍ້ມູນລວມຂອງນະຄອນຈະໄດ້ນຳເຂົ້າເຄື່ອນໄຫວໄລຍະ 1 ບົນພື້ນຖານການລວບລວມບັນດາຂໍ້ມູນຂ່າວສານຂອງບັນດາພະແນກ, ຂະແໜງການ.

ນະຄອນໂຮ່ຈີມິນ ກະກຽມນຳສູນກໍ່ສ້າງຕົວເມືອງອັດສະລິຍະ 4 ແຫ່ງເຂົ້າເຄື່ອນໄຫວ - ảnh 1 ການຖະແຫຼງຂ່າວຢູ່ນະຄອນໂຮ່ຈີມິນ

(ພາບ:Tiến Lực/TTXVN)

ນະຄອນ ໂຮ່ຈີມິນ ຈະນຳເຂົ້າເຄື່ອນໄຫວສູນ “ເປັນແບບຢ່າງ 4 ແຫ່ງ” ຂອງແຜນການສ້າງນະຄອນໂຮ່ຈີມິນ ກາຍເປັນຕົວເມືອງອັດສະລິຍະໄລຍະ 2017 – 2020, ວິໄສທັດຮອດປີ 2025, ນັບແຕ່ຕົ້ນປີ 2019. ນີ້ແມ່ນຂ່າວຄາວໂດຍພະແນກຖະແຫຼງຂ່າວ ແລະ ສື່ສານ ນະຄອນໂຮ່ຈີມິນ ປະກາດໃນການຖະແຫຼງຂ່າວເມື່ອວັນທີ 28 ພະຈິກ.

        ລະອຽດຄື, ນັບແຕ່ເດືອນ ມັງກອນ 2019, ສາງຖານຂໍ້ມູນລວມຂອງນະຄອນຈະໄດ້ນຳເຂົ້າເຄື່ອນໄຫວໄລຍະ 1 ບົນພື້ນຖານການລວບລວມບັນດາຂໍ້ມູນຂ່າວສານຂອງບັນດາພະແນກ, ຂະແໜງການ. ກໍ່ໃນໄລຍະເວລານີ້, ນະຄອນໂຮ່ຈີມິນ ຈະນຳເຂົ້າເຄື່ອນໄຫວສູນບໍລິຫານຕົວເມືອງອັດສະລິຍະໄລຍະ 1 ຢູ່ສຳນັກງານຄະນະກຳມະການປະຊາຊົນນະຄອນ. ສຳລັບສູນຮູບຈຳລອງ ແລະ ການຄາດຄະເນເສດຖະກິດ - ສັງຄົມ ແລະ ສູນຮັກສາຄວາມປອດໄພຂໍ້ມູນຂ່າວສານນັ້ນ, ນະຄອນຈະອະນຸມັດຜ່ານແຜນການກໍ່ສ້າງໃນໄຕມາດທີ 1 ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ