(VOVWORLD) -ຢູ່ນອກກອງປະຊຸມແລ້ວ ກໍຈະຈັດງານວາງສະແດງ 55 ໂຄງການ ຮຽກຮ້ອງການລົງທຶນ ແລະ ບັນດາຜະລິດຕະພັນກະເສດເຕັກໂນໂລຊີສູງ ຂອງ 2 ເມືອງເຊິ່ງກ່ຽວຂ້ອງເຖິງຂົງເຂດພື້ນຖານໂຄງລ່າງ, ຄົມມະນາຄົມ, ການຕົບແຕ່ງຕົວເມືອງ, ອຸດສາຫະກຳ, ກະສິກຳ.… ລວມຈຳນວນເງິນລົງທຶນ ຄາດວ່າແມ່ນ 285.000 ຕື້ດົ່ງ.
ກອງປະຊຸມສົ່ງເສີມການລົງທຶນຢູ່ ສອງ ເມືອງ ກູ໋ຈີ, ຮອກໂມນ (ພາບ: sggp.org.vn) |
ເດືອນ ມີນານີ້, ນະຄອນໂຮ່ຈິມິນ ຈະຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຢູ່ ສອງ ເມືອງ ກູ໋ຈີ, ຮອກໂມນ. ທີ່ການຖະແຫຼງຂ່າວ ຈັດຂຶ້ນໃນຕອນບ່າຍ ວັນທີ 7 ມີນາ, ຢູ່ສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ, ທ່ານ ຫງວຽນຟຸກວິງ, ຜູ້ຕາງໜ້າສູນ ໃຫ້ຮູ້ວ່າ: ກອງປະຊຸມສົ່ງເສີມການລົງທຶນຢູ່ເມືອງ ກູ໋ຈີ, ນະຄອນໂຮ່ຈິມິນ ຈະດຳເນີນໄປດ້ວຍຫົວຂໍ້ວ່າ “ຕົວເມືອງທັນສະໄໝ ແລະ ຊີວະພາບ”. ຄາດວ່າ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ; ຢ້ຽມຢາມ ແລະ ເຮັດວຽກກັບບັນດາວິສາຫະກິດໃນບໍລິເວນ.
ຢູ່ນອກກອງປະຊຸມແລ້ວ ກໍຈະຈັດງານວາງສະແດງ 55 ໂຄງການ ຮຽກຮ້ອງການລົງທຶນ ແລະ ບັນດາຜະລິດຕະພັນກະເສດເຕັກໂນໂລຊີສູງ ຂອງ 2 ເມືອງເຊິ່ງກ່ຽວຂ້ອງເຖິງຂົງເຂດພື້ນຖານໂຄງລ່າງ, ຄົມມະນາຄົມ, ການຕົບແຕ່ງຕົວເມືອງ, ອຸດສາຫະກຳ, ກະສິກຳ.… ລວມຈຳນວນເງິນລົງທຶນ ຄາດວ່າແມ່ນ 285.000 ຕື້ດົ່ງ.