ນະຄອນໂຮ່ຈີມິນ ຍາມໃດກໍເຄົາລົບທຸກຄຳເຫັນປະກອບຂອງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ
(VOVWORLD) - ຕອນເຊົ້າວັນທີ 29 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນວັນເນັນ ໄດ້ມີການພົບປະກັບຄະນະຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມ “ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ”.
ການນຳນະຄອນໂຮ່ຈີມິນ ຖ່າຍຮູບເປັນທີ່ລະນຶກກັບຜູ້ຕາງໜ້າຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ (ພາບ: qdnd.vn) |
ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ. ພ້ອມກັນນັ້ນ, ທ່ານກໍປາດຖະໜາວ່າ ບັນດາຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະແບ່ງປັນບັນດາປະສົບການ, ບົດຮຽນທີ່ຖອດຖອນມາໄດ້ໃນໄລຍະດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ ໃຫ້ເປັນບັນດາມາດຕະການລະອຽດ, ມີຄວາມເປັນໄປໄດ້. ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ນະຄອນໂຮ່ຈີມິນ ຍາມໃດກໍປາດຖະໜາວ່າ ທຸກຄຳເຫັນປະກອບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະກາຍເປັນການກະທຳລະອຽດ, ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງນະຄອນ ໃຫ້ນັບມື້ນັບພັດທະນາແບບຍືນຍົງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.